ສົ່ງເສີມການຄ້າ ຫວຽດນາມ - ຕວັກກີ ນຳມາເຊິ່ງກາລະໂອກາດເພີ່ມທະວີການຮ່ວມມືໃຫ້ແກ່ວິສາຫະກິດສອງປະເທດ

(VOVWORLD) - ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າຂອງ ຫວຽດນາມ ສະເໜີກ່ຽວກັບສະພາບການຕະຫຼາດລົງທຶນ, ບັນດານະໂຍບາຍການເຄື່ອນໄຫວ ກໍ່ຄືບັນດາການກຳນົດທິດ, ບຸລິມະສິດໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ.

 

ກອງປະຊຸມສຳມະນາສົ່ງເສີມການຄ້າ ຫວຽດນາມ - ຕວັກກີ ຈັດຂຶ້ນໃນຕອນບ່າຍວັນທີ 11 ກັນຍາ, ຢູ່ ຮ່າໂນ້ຍ. ກອງປະຊຸມໂດຍຄະນະເລຂາ ອາຊຽນ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບ ສະຫະພັນ ຫ້ອງການການຄ້າ ແລະ ສົ່ງເສີມການແລກປ່ຽນສິນຄ້າ ຕວັກກີ, ຈັດຂຶ້ນຕາມແບບທາງໄກ.

        ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າຂອງ ຫວຽດນາມ ສະເໜີກ່ຽວກັບສະພາບການຕະຫຼາດລົງທຶນ, ບັນດານະໂຍບາຍການເຄື່ອນໄຫວ ກໍ່ຄືບັນດາການກຳນົດທິດ, ບຸລິມະສິດໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ. ປີ 2022, ການແລກປ່ຽນການຄ້າສອງປະເທດບັນລຸ 1,9 ຕື້ໂດລາສະຫະລັດ, ນຳ ຫວຽດນາມ ກາຍເປັນຄູ່ຮ່ວມມືໃຫຍ່ທີ 2 ຂອງ ຕວັກກີ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານນາງ ເຈິ່ນທິລານແອັງ, ເລຂາທິການສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ໃຫ້ຮູ້ວ່າ:

        “ເຖິງວ່າບັນລຸໄດ້ຜົນງານດີພໍສົມຄວນ, ແຕ່ອັດຕາສ່ວນການລົງທຶນ ແລະ ການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ຕວັກກີ ກໍ່ຍັງບໍ່ທັນໄດ້ຄືຄວາມຫວັງເມື່ອທຽບໃສ່ການພົວພັນ ແລະ ຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງແຕ່ລະຝ່າຍເທື່ອ. ຕວັກກີ ມີອຸດສາຫະກຳນັບມື້ນັບພັດທະນາ, ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ ສຳລັບວິສາຫະກິດ ຫວຽດນາມ. ຫວຽດນາມ ກໍ່ແມ່ນຕະຫຼາດດຶງດູດສຳລັບບັນດານັກລົງທຶນ ເມື່ອເຂົ້າຮ່ວມບັນດາສັນຍາສອງຝ່າຍ, ຫຼາຍຝ່າຍ. ນີ້ແມ່ນຈຸດເວລາສະດວກທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ຕວັກກີ ສຸມໃສ່ຍູ້ແຮງການພົວພັນຮ່ວມມື”.

ຕອບກັບ

ຂ່າວ/ບົດ​ອື່ນ