ສົ່ງ​ເສີມ​ການ​ຄ້າ ຫວຽດ​ນາມ - ອານ​ເຊ​ຣີ

(VOVWORLD) - ໃນວັນທີ 13 – 14 ກໍລະກົດ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໄດ້ສົມທົບກັບ ຫ້ອງການຄ້າ ຫວຽດນາມ ປະຈຳ ອາເຊຣີ ຈັດຕັ້ງກອງປະຊຸມແລກປ່ຽນການຄ້າແບບທາງໄກ, ສົ່ງເສີມການຄ້າ ແລະ ການຮ່ວມມືວິສາຫະກິດ ຫວຽດນາມ - ອານເຊຣີ 2022.
ສົ່ງ​ເສີມ​ການ​ຄ້າ ຫວຽດ​ນາມ - ອານ​ເຊ​ຣີ - ảnh 1ກອງປະຊຸມແລກປ່ຽນການຄ້າແບບທາງໄກ, ສົ່ງເສີມການຄ້າ ແລະ ການຮ່ວມມືວິສາຫະກິດ ຫວຽດນາມ - ອານເຊຣີ 2021 (ພາບ: TTXVN)

ເພື່ອແນໃສ່ໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດ, ສະຫະກອນຂອງ ຫວຽດນາມ ເພີ່ມທະວີການຊອກຫາຄູ່ຮ່ວມມື, ໄດ້ສຳຜັດກັບໂອກາດດຳເນີນທຸລະກິດ ແລະ ສົ່ງສິນຄ້າໄປຍັງຕະຫຼາດ ອານເຊຣີ, ໃນວັນທີ 13 – 14 ກໍລະກົດ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໄດ້ສົມທົບກັບ ຫ້ອງການຄ້າ ຫວຽດນາມ ປະຈຳ ອາເຊຣີ ຈັດຕັ້ງກອງປະຊຸມແລກປ່ຽນການຄ້າແບບທາງໄກ, ສົ່ງເສີມການຄ້າ ແລະ ການຮ່ວມມືວິສາຫະກິດ ຫວຽດນາມ - ອານເຊຣີ 2022.

ເຫດການດັ່ງກ່າວນອນໃນໂຄງການລະດັບຊາດກ່ຽວກັບການສົ່ງເສີມການຄ້າປີ 2022 ແລະ ຄາດວ່າ ຈະມີວິສາຫະກິດ ຫວຽດນາມ ແລະ ອານເຊຣີ 40 ແຫ່ງເຂົ້າຮ່ວມການແລກປ່ຽນການຄ້າແບບທາງໄກ.

ທີ່ກອງປະຊຸມ, ຕາງໜ້າ ຫວຽດນາມ ແລະ ອານເຊຣີ ຈະແນະນຳກ່ຽວກັບສະພາບການຕະຫຼາດ, ຂໍ້ກຳນົດກ່ຽວກັບການນຳເຂົ້າສົ່ງອອກ ແລະ ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ. ນອກຈາກນັ້ນແລ້ວ, ຄະນະຈັດຕັ້ງກໍຈະຈັດວາລະແລກປ່ຽນການຄ້າແບບທາງໄກລະຫວ່າງບັນດາວິສາຫະກິດ ເພື່ອໜູນຊ່ວຍວິສາຫະກິດສອງປະເທດ ມີການເຊື່ອມຕໍ່, ຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດ.

ປີ 2021, ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດນີ້ບັນລຸ 151,1 ລ້ານ USD, ໃນ 5 ເດືອນຕົ້ນປີ 2022, ບັນລຸ 65,2 ລ້ານ USD, ເພີ່ມຂຶ້ນ 17,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ເພາະສະນັ້ນ, ບັນດານັກຊ່ຽວຊານດ້ານການຄ້າຖືວ່າ ກອງປະຊຸມແລກປ່ຽນການຄ້າ ແລະ ການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ - ອານເຊຣີ 2022 ແມ່ນໂອກາດທີ່ດີ ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ອານເຊຣີ ເວົ້າສະເພາະ ແລະ ຕະຫຼາດ ອາຟະລິກາ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ