ສົ່ງເສີມການຄ້າລະຫວ່າງວິສາຫະກິດແຂວງ ຮ່າຢາງ ແລະ ອິດສະຣາແອັນ

(VOVWORLD) -ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາວິສາຫະກິດ, ນັກຈຳໜ່າຍ ອິດສະຣາແອັນ ປະຈຳ ຫວຽດນາມ ໄດ້ແນະນຳໂດຍສັງເຂບກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳ, ເສັ້ນທາງພາໄປເຖິງຜົນສຳເລັດ
ສົ່ງເສີມການຄ້າລະຫວ່າງວິສາຫະກິດແຂວງ ຮ່າຢາງ ແລະ ອິດສະຣາແອັນ - ảnh 1  ທີ່ກອງປະຊຸມສຳມະນາ
(ພາບ: TTXVN)

ຕອນບ່າຍວັນທີ 17 ມັງກອນ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ, ໄດ້ດຳເນີນກອງປະຊຸມສຳມະນາສົ່ງເສີມການຄ້າ ແລະ ການຮ່ວມມືລົງທຶນລະຫວ່າງບັນດາວິສາຫະກິດແຂວງ ຮ່າຢາງ ແລະ ອິດສະຣາແອັນ.

        ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາວິສາຫະກິດ, ນັກຈຳໜ່າຍ ອິດສະຣາແອັນ ປະຈຳ ຫວຽດນາມ ໄດ້ແນະນຳໂດຍສັງເຂບກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳ, ເສັ້ນທາງພາໄປເຖິງຜົນສຳເລັດ ກໍຄືມາດຕະການເຕັກໂນໂລຊີທີ່ກ້າວໜ້າໃນຂົງເຂດກະສິກຳ ອິດສະຣາແອັນ; ການນຳໃຊ້ເຕັກໂນໂລຊີທີ່ພວມໄດ້ຜັນຂະຫຍາຍຢູ່ທ້ອງຖິ່ນຕ່າງໆຂອງ ຫວຽດນາມ. ພິເສດ, ບັນດາຂົງເຂດທີີ່ມີທ່າແຮງຂອງ ອິດສະຣາແອັນ ລວມມີ: ມາດຕະການເຮືອນແກ້ວ; ລະບົບຫົດນ້ຳອັດສະລິຍະ; ເຄື່ອງບຳບັດສິ່ງເສດເຫຼືອອົງຄະທາດໃຫ້ກາຍເປັນພະລັງງານໄຟຟ້າ, ຂອບຂະໜາດໜ້ອຍ.

        ເນື່ອງໃນໂອກາດນີ້, ວິສາຫະກິດ 2 ຝ່າຍໄດ້ປຶກສາຫາລື, ສະເໜີຂໍ້ສະເໜີໃໝ່ ເປີດກາລະໂອກາດຫຼາຍຢ່າງ ເພື່ອໃຫ້ວິສາຫະກິດ 2 ຝ່າຍສາມາດຮ່ວມມືພ້ອມກັນພັດທະນາໃນບາງຂົງເຂດຄື: ຮູບແບບບຳບັດສິ່ງເສດເຫຼືອອົງຄະທາດ HomeBiogas; ມາດຕະການເກັບກ່ຽວໝາກໄມ້ເໝາະສົມກັບເຂດໂນນພູ; ມາດຕະການແກ້ໄຂຊ່ວຍໃຫ້ຕົ້ນໄມ້ປູກຍົກສູງຄວາມຕ້ານທານອາກາດໜາວ…

ຕອບກັບ

ຂ່າວ/ບົດ​ອື່ນ