ສົ່ງເສີມການທ່ອງທ່ຽວ “ຟອງຍາ-ແກ໋ບ່າງ-ລາຊະອານາຈັກຂອງຖຳ້”

ສົ່ງເສີມການທ່ອງທ່ຽວ “ຟອງຍາ-ແກ໋ບ່າງ-ລາຊະອານາຈັກຂອງຖຳ້” - ảnh 1
ແຂກທ່ອງທ່ຽວຕ່າງປະເທດຢູ່ ຖຳ້ ຟອງຍາ - ແກ໋ບ່າງ

(vovworld) –  ກອງ​ປະຊຸ​ມສົ່ງ​ເສີມ​ການທ່ອງທ່ຽວ “ຟອງ​ຍາ - ​ແກ໋ບ່າງ - ລາຊະ​ອານາ​ຈັກ​ຂອງ​ຖຳ້” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດທ່ອງ​ທ່ຽວ​ຫຼາຍ​​ແຫ່ງ​ຂອງ​ແຂວງ ກວາງ​ບີ່​ງ, ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ແຂວງ, ຈັດ​ຕັ້ງ​ໃນ​ວັນ​ທີ 18/1, ຢູ່​ນະຄອນ ​ໂຮ່ຈີ​ມິນ. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ໂຄສະນາປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ -  ​ແກ໋ບ່າງ, ​ເຊິ່ງ​ແມ່ນ​ທ່າ​ແຮງ​ຂອງ​ທ່ອງ​ທ່ຽວ​ຢູ່ແຂວງ ກວາງ​ບ່ີ​ງ. ດ້ວຍ​ເນື້ອ​ທີ່​ກ່ວາ 123.000 ha, ຟອງ​ຍາ - ​ແກ໋ບ່າງ ມີ​ລະບົບ​ຖຳ້, ​ແມ່​ນຳ້​ໃຕ້​ດິນກ່ວາ 300 ​ແຫ່ງ ​ແລະ ພຶດ, ສັດ​ທີ່​ອຸດົມ​ສົມບູນ, ປ່າ​ດົງ​ດິບ… ທ່ານ ຮ່ວາງ​ຫາຍ​ເວີນ, ຜູ້ອຳນວຍການປ່າ​ສະຫງວນ​ແຫ່ງ​ຊາດ ຟອງ​ຍາ - ​ແກ໋ບ່າງ, ​ໃຫ້​ຮູ້​ວ່າ:

        “ຟອງ​ຍາ - ​ແກ໋ບ່າງ ​ໄດ້​ຮັບ​ການຂະໜານ​ນາມ​ວ່າ​​ແມ່ນລາຊະ​ອານາຈັກ​ຂອງ​ຖຳ້. ພວກ​ຂ້າພະ​ເຈົ້າ​ກຳ​ນົດວ່າ​ນີ້​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ. ດັ່ງ​ນັ້ນ​, ​ໃນ​ໄລຍະ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ລົງທຶນ​​ເຂົ້າ​ໃນ​ບັນດາ​ຮູບ​ການທ່ອງທ່ຽວ​, ນອກຈາກ​ການທ່ອງທ່ຽວ​ທຳ​ມະ​ດາ​ແລ້ວ​ຍັງ​ມີ​ການທ່ອງທ່ຽວ​​ຖຳ້​​ທ່ຽວຊົມທິວ​ທັດ​ທຳ​ມະ​ຊາດ, ການທ່ອງ​ທ່ຽວ​ຂຸດ​ຄົ້ນ, ພະ​ຈົນ​​ໄພ​ໃຫ້​ບັນດາ​ແຂກທ່ອງ​ທ່ຽວ​ຜູ້​ມັກ​ຄົ້ນ​ຫາ, ນິຍົມ​ທຳ​ມະ​ຊາດ… ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ມີ​ບັນດາ​ລາຍການ​ທ່ອງ​ທ່ຽວ​​ຖຳ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ແຂກ​ທ່ອງ​ທ່ຽວ​​ໃຫ້​ດີກ່ວາ.”


ຂ່າວ/ບົດ​ອື່ນ