ສົ່ງ​ເສີມ​ການ​ລົງ​ທຶນ: “ຫວຽດ​ນາມ - ສະ​ຖານ​ທີ່​ລົງ​ທຶນ​ຂອງ​​ທ່ານ” ຢູ່ ສິງ​ກະ​ໂປ

(VOVWORLD) -   ວັນທີ 06 ສິງຫາ, ຢູ່ ສິງກະໂປ, ກະຊວງການເງິນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ: “ຫວຽດນາມ - ສະຖານທີ່ລົງທຶນຂອງທ່ານ”. ກອງປະຊຸມດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າອົງການແຫ່ງລັດ ສິງກະໂປ ແລະ ວິສາຫະກິດ, ນັກລົງທຶນກວ່າ 300 ແຫ່ງ ມາຈາກ ສິງກະໂປ ແລະ ຫຼາຍປະເທດໃນພາກພື້ນ.
ສົ່ງ​ເສີມ​ການ​ລົງ​ທຶນ: “ຫວຽດ​ນາມ - ສະ​ຖານ​ທີ່​ລົງ​ທຶນ​ຂອງ​​ທ່ານ” ຢູ່ ສິງ​ກະ​ໂປ - ảnh 1ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນ ຫວຽດນາມ (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຊົມເຊີຍ ແລະ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມວິສາຫະກິດ ສິງກະໂປ ແລະ ບັນດາປະເທດອື່ນ ມີຄວາມອຸ່ນອຽນໃຈລົງທຶນໂຄງການໃໝ່ ຫຼື ເປີດກວ້າງຂອບຂະໜາດການລົງທຶນ, ດຳເນີນທຸລະກິດຍາວນານຢູ່ ຫວຽດນາມ. ທ່ານລັດຖະມົນຕີ ເນັ້ນໜັກວ່າ:

        “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ ເພື່ອແນໃສ່ຍູ້ແຮງການລົງທຶນດ້ານການເງິນຈາກ ສິງກະໂປ ເຂົ້າ ຫວຽດນາມ ຜ່ານບັນດາວິສາຫະກິດ, ອົງການຫຼັກຊັບ ກໍຄື ຜ່ານບັນດານັກລົງທຶນ ເພື່ອລົງທຶນເຂົ້າ ຫວຽດນາມ ແນໃສ່ສຸມແຫຼ່ງກຳລັງໃຫ້ແກ່ການພັດທະນາອຸດສາຫະກຳ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງຢູ່ ຫວຽດນາມ”.

        ກອງປະຊຸມໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ບັນດາວິສາຫະກິດ, ຄູ່ຮ່ວມມືລົງທຶນໃຫຍ່ຢູ່ ຫວຽດນາມ ແລະ ສິງກະໂປ ນຳສະເໜີບັນດາກາລະໂອກາດຮ່ວມມືລົງທຶນຢູ່ຕະຫຼາດ ຫວຽດນາມ. ເຂົ້າຮ່ວມກອງປະຊຸມ, ທ່ານ Yeo Wee Yap, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ SEATOWN, ເຊິ່ງເປັນກຸ່ມບໍລິສັດທີ່ມີການເຄື່ອນໄຫວລົງທຶນໃນໄລຍະຍາວຢູ່ ຫວຽດນາມ ດ້ວຍລະດັບເງິນລົງທຶນໃນປັດຈຸບັນ ປະມານ ແຕ່ 500 – 600 ລ້ານ USD, ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນຈຸດໝາຍລົງທຶນທີ່ດູດດື່ມ ຍ້ອນວ່າເປັນພື້ນຖານເສດຖະກິດທີ່ມີກຳລັງແຮງງານພວມໃນໄລຍະດີທີ່ສຸດ, ພ້ອມທັງມີການໜູນຊ່ວຍຈາກລັດຖະບານຢ່າງມີປະສິດທິຜົນ ສຳລັບບັນດາການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດ.

ນັກຂ່າວ VOV ປະຈຳ ໄທ


ຕອບກັບ

ຂ່າວ/ບົດ​ອື່ນ