ສົ່ງເສີມການລົງທຶນຈາກ Chennai(ອິນເດຍ)ເຂົ້າຫວຽດນາມ

ສົ່ງເສີມການລົງທຶນຈາກ Chennai(ອິນເດຍ)ເຂົ້າຫວຽດນາມ - ảnh 1
ທ່ານ ​ໂຕນ​ຊິງ​ແທ​່ງ ​ເອກອັກຄະ​ລັດຖະທູດ​ຫວຽດນາມ
ປະຈຳ​ ອິນ​ເດຍກ່າວ​ຄວາມ​ເຫັນ​ທ່ີ​ກອງ​ປະຊຸມ
(ພາບ: ຫວຽດນາມ +)

(vovworld) - ວັນ​ທີ 1/6, ສະຖານທູດ​ຫວຽດນາມ​ ປະຈຳ​ ອິນ​ເດຍ ສົມທົບ​ກັບ​ຫ້ອງການອຸດສາຫະກຳ ​ແລະ ​ການ​ຄ້າ ອີນ​ເດຍ-ອາ​ຊຽນ-ສີ​ລັງກາ ຈັດຕັ້ງ “ກອງປະຊຸມ​ກາລະ​ໂອກາດ​ລົງທຶນ ຢູ່​ຫວຽດນາມ“ ຢູ່​ນະ​ຄອນ Chennai, ​ເຊິ່ງ​ແມ່ນ​ສູນກາງ​ອຸດ​ສາ​ຫະກຳ ​ໃຫຍ່​ກວ່າ​ໝູ່ ຂອງ​ພາກ​ພື້ນ ​ຢູ່​ທິດຕາ​ເວັນ​ອອກສ່ຽງ​ໃຕ້ອີນ​ເດຍ. ກ່າວ​ຄວາມ​ເຫັນ​ທ່ີ​ກອງ​ປະຊຸມ, ທ່ານ ​ໂຕນ​ຊິງ​ແທ​່ງ ​ເອກອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ ອິນ​ເດຍ ຊີ້​ແຈ້ງວ່າ: ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ການ​ລົງທຶນ​ ຂອງ​ອິນ​ເດຍ ​ເຂົ້າຫວຽດນາມ ​ເພີ່ມ​ຂື້​ນໄວ​ທີ່​ສຸດ ສະ​ເພາະ​ປີ 2015, ​ເພີ່​ມຂື້ນ 179% ​ເມື​່ອທຽບ​ໃສ່​ປີ​ກ່ອນ, ບັນລຸ 570 ລ້ານ​ໂດ​ລາ​ສະຫະລັດ, ຍົກ​ອິນ​ເດຍ ຂື້ນ​ຕື່ມ​ສອງ​ຂັ້ນ​ແມ່ນ 28/110 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ລົງທຶນ​ເຂົ້າຫວຽດນາມ. ທ່ານ ເອກອັກຄະ​ລັດຖະທູດ​ຫວຽດນາມ ​ເນັ້ນໜັກ​ວ່າ: ປັດຈຸບັນ​ບັນດານ​ັກລົງທຶນ​ອິນ​ເດຍ ພວມ​ມີ​ກາລະ​ໂອກາດ​ໃຫຍ່ ຍ້ອນ​ຫວຽດນາມ​ ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ​ເຂົ້າຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ ທີ​່ສຳຄັນ, ພິ​ເສດ​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ດ້ວຍ​ບັນດາ​ສັນຍາການ​ຄ້າ​ເສລີ​ນີ້, ບັນດາ​ວິ​ສາ​ຫະກິດ​ອິນ​ເດຍ ທີ່​ລົງທຶນ​ເຂົ້າຫວຽດນາມ ​ແລະ ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ຈະ​ໄດ້​ຊົມ​ໃຊ້​ລະດັບ​ພາສີ 0%.

        ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີສອງ ​ໃນ​ຂອບ​ເຂດ​ແຜນການ​ສົ່ງ​ເສີມ​ການ​ລົງ​ທຶນ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ ອິນ​ເດຍ ດຳ​ເນີນ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ