ສົ່ງເສີມການລົງທຶນອະສັງຫາລິມະຊັບທ່ອງທ່ຽວກະສິກຳ ຫວຽດນາມ

(VOVWORLD) - ບັນດານັກຊ່ຽວຊານໄດ້ໄຈ້ແຍກຕີລາຄາຢ່າງລະອຽດ ແລະ ແບ່ງປັນກ່ຽວກັບ ບັນຫານະໂຍບາຍຂອງລັດຖະບານ, ຂອງທ້ອງຖິ່ນ, ກາລະໂອກາດລົງທຶນ….
ສົ່ງເສີມການລົງທຶນອະສັງຫາລິມະຊັບທ່ອງທ່ຽວກະສິກຳ ຫວຽດນາມ - ảnh 1(ພາບປະກອບ)

        ວັນທີ 25 ພຶດສະພາ, ຢູ່ ຮ່າໂນ້ຍ, ຈະດຳເນີນເຫດການ “ໂຕມົນສົ່ງເສີມການລົງທຶນອະສັງຫາລິມະຊັບ: ທ່ອງທ່ຽວກະສິກຳ ຫວຽດນາມ” ໂດຍສູນພັດທະນາອະສັງຫາລິມະຊັບ (RED Center) ສົມທົບກັບສະຖາບັນເສດຖະກິດທ່ອງທ່ຽວກະສິກຳ ຈັດຂຶ້ນ.

        ບັນດານັກຊ່ຽວຊານໄດ້ໄຈ້ແຍກຕີລາຄາຢ່າງລະອຽດ ແລະ ແບ່ງປັນກ່ຽວກັບ ບັນຫານະໂຍບາຍຂອງລັດຖະບານ, ຂອງທ້ອງຖິ່ນ, ກາລະໂອກາດລົງທຶນ…. ພ້ອມກັບການແນະນຳບັນດານະໂຍບາຍໜູນຊ່ວຍການລົງທຶນຂອງລັດ ໃນການພັດທະນາການທ່ອງທ່ຽວກະສິກຳ, ເຫດການໂຕມົນສົ່ງເສີມການລົງທຶນກໍ່ຈະສະໜອງຂໍ້ມູນກ່ຽວກັບບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງພວມຮຽກຮ້ອງການລົງທຶນເຂົ້າຂົງເຂດວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ກະສິກຳ, ປ່າໄມ້ຢູ່ບັນດາທ້ອງຖິ່ນ. ນອກນັ້ນ, ຍັງມືການພົບປະແລກປ່ຽນ, ແລກປ່ຽນການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນທີ່ໄດ້ ແລະ ພວມເຂົ້າຮ່ວມການພັດທະນາອະສັງຫາລິມະຊັບ ຮັບໃຊ້ການພັດທະນາການທ່ອງທ່ຽວເວົ້າລວມ ແລະ ທ່ອງທ່ຽວກະສິກຳ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ