ສົ່ງ​ເສີມ​ການ​ຫັນ​ເປັນ​ສັງ​ຄົມ, ​ລະ​ດົມ​​ແຫຼ່ງ​ກຳ​ລັງ​ໃຫ້​ແກ່ການ​ພັດ​ທະ​ນາ​ຮູບ​ເງົາ

(VOVWORLD) -ກ່ຽວກັບວິທີການຜະລິດຮູບເງົາຈາກແຫຼ່ງເງິນງົບປະມານແຫ່ງລັດຫວຽດນາມ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເຫັນດີຕໍ່ຮຸບການ: ມອບໜ້າທີ່, ສັ່ງສ້າງຮູບເງົາ ຫຼື ປະມູນເພື່ອສ້າງຄວາມສະເໝີພາບ ລະຫວ່າງຫົວໜ່ວຍພາກລັດ ແລະ ເອກະຊົນ, ເພື່ອເລືອກໄດ້ຮູບເງົາທີ່ດີມີສາລະ.
ສົ່ງ​ເສີມ​ການ​ຫັນ​ເປັນ​ສັງ​ຄົມ, ​ລະ​ດົມ​​ແຫຼ່ງ​ກຳ​ລັງ​ໃຫ້​ແກ່ການ​ພັດ​ທະ​ນາ​ຮູບ​ເງົາ - ảnh 1ທ່ານນາງ ດິງທິເຟືອງລານ ສະມາຊິກສະພາແຫ່ງຊາດ ແຂວງກ໋ວາງຫງ໋າຍ (ພາບ: TTXVN)

ໂດຍສືບຕໍ່ລາຍການວາລະປະຊຸມສະໄໝສາມັນເທື່ອທີ2, ສະພາແຫ່ງຊາດຫວຽດນາມຊຸດທີ XV, ຕອນບ່າຍວັນທີ 28 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືທາງອອນລາຍກ່ຽວກັບ ກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ). ຕາມສະມາຊິກສະພາແຫ່ງຊາດແລ້ວ, ນະໂຍບາຍບຸລິມະສິດ, ການໜູນຊ່ວຍພັດທະນາຮູບເງົາຕ້ອງມີເນື້ອໃນລະອຽດກວ່າ, ມີຈຸດສຸນ, ມີປະສິດທິຜົນ; ມີມາດຕະການຜູກມັດດ້ານນິຕິກຳ ເພື່ອຮັບປະກັນລັກສະນະເປັນໄປໄດ້. ກ່ຽວກັບວິທີການຜະລິດຮູບເງົາຈາກແຫຼ່ງເງິນງົບປະມານແຫ່ງລັດຫວຽດນາມ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເຫັນດີຕໍ່ຮຸບການ: ມອບໜ້າທີ່, ສັ່ງສ້າງຮູບເງົາ ຫຼື ປະມູນເພື່ອສ້າງຄວາມສະເໝີພາບ ລະຫວ່າງຫົວໜ່ວຍພາກລັດ ແລະ ເອກະຊົນ, ເພື່ອເລືອກໄດ້ຮູບເງົາທີ່ດີມີສາລະ.

ຕອບກັບ

ຂ່າວ/ບົດ​ອື່ນ