ສົ່ງເສີມການຮ່ວມມືແລະລົງທຶນລະຫວ່າງເຂດ Kansai, ຍີ່ປຸ່ນ ແລະ ນະຄອນໂຮ່ຈິມິນ

ສົ່ງເສີມການຮ່ວມມືແລະລົງທຶນລະຫວ່າງເຂດ Kansai, ຍີ່ປຸ່ນ ແລະ ນະຄອນໂຮ່ຈິມິນ - ảnh 1
ຄະ​ນະ​ຜູ້​ແທນ​ນະ​ຄອນ​ໂຮ່​ຈິ​ມິນ​ຢູ່ຍ​ີ່​ປຸ່ນ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 13/04, ຢູ່​ນະ​ຄອນ Osaka, ສູນ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈິ​ມິນ ຢູ່ Osaka, ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ຄະ​ນະ​ຜູ້​ແທນ​ນະ​ຄອນ​ໂຮ່​ຈິ​ມິນ ຢູ່​ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ຜູ້ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈ​ິ​ມິນ ເລ​ແທງ​ລຽມ ໃຫ້​ຮູ້​ວ່າ, ການ​ນຳ​ນະ​ຄອນ​ປາດ​ຖະ​ໜາ​ຢາກເຊີນ​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ, ພິ​ເສດ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ Osaka ກໍ່​ຄື​ເຂດ Kansai, ສືບ​ຕໍ່​ລົງ​ທຶນ​ເຂົ້າ​ນະ​ຄອນ​ໂຮ່​ຈິ​ມິນ ໃນ 3 ຂົງ​ເຂດ​ຈຸດ​ສຸມ​ລວມ​ມີ: ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ຄົມ​ມະ​ນາ​ຄົມ​ຢ່າງ​ຄົບ​ຊຸດ​​ດ້ວ​ຍ​ຂອບ​ຂະ​ໜາດ​ໃຫຍ່ ແລະ ທັນ​ສະ​ໄໝ, ສາ​ທາ​ລະ​ສະ​ນຸກ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ນີ້ກໍ່​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຂອງ​ຍີ່​ປຸ່ນ ເວົ້າ​ລວມ ແລະ ແຂວງ Osaka ເວົ້າ​ສະ​ເພາະ.

        ທ​ີ່​ກອງ​ປະ​ຊຸມ, ວິ​ສາ​ຫະ​ກິດ 2 ປະ​ເທດ​ໄດ້​ແລກ​ປ່ຽນ, ປຶກ​ສາ​ຫາ​ລື ແລະ ເຊື່ອມ​ຕໍ່​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ລົງ​ທຶນ ກໍ​ຄື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ພ້ອ​ມ​​ກັນ​ນັ້ນ, ບັນ​ດາ​ຜູ້​ແທນ​ໄດ້​ແບ່ງ​ປັນ​ຂໍ້​ມ​ູນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ; ໄຈ້​ແຍກ​ບັນ​ດາ​ແງ່​ຫວັງ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ Osaka ແລະ ນະ​ຄອນ​ໂຮ່​ຈິ​ມິນ…


ຕອບກັບ

ຂ່າວ/ບົດ​ອື່ນ