ສົ່ງເສີມຊຸກຍູ້ວຽກງານປະຊາຄົມຢູ່ສ.ເຊັກໂກ

ສົ່ງເສີມຊຸກຍູ້ວຽກງານປະຊາຄົມຢູ່ສ.ເຊັກໂກ - ảnh 1
(ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນສູນ​ກາງ)

(vovworld) - ຕອນ​ບ່າຍ​ວັນ​ທີ 18/09, ໃນ​ຂອບ​ເຂດການ​ຢ້ຽມ​ຢາມ​ສ.ເຊັກ​ໂກ, ຄະ​ນະຜູ້​ແທນພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນສູນ​ກາງ ນຳ​ໜ້າ, ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​​ສະ​ມາຄົມຊາວ​ຫວຽດ​ນາມ ແລະ ບັນ​ດາ​​ອົງ​ການ​ຈັດ​ຕ​ັ້ງ​ມະ​ຫາ​ຊົນຊາວ​ຫວຽດ​ນ​າມ ອາ​ໄສ​ຢ​ູ່​ສ.ເ​ຊັກ​ໂກ. ຄະ​ນະ​ໄດ້​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ​ແກ​້ໄຂ​ບາງ​ຂໍ້​ຕິດ​ຂັດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ວຽກ​ງານ​ສຳ​ລັບ​ຊາວ​ຫວຽດ​ນ​າມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ເຈື​ອງ​ທິ​ມາຍ ຕີ​ລາ​ຄາ​ສູງຮູບ​ແບບ​ຈັດ​ຕັ້ງ, ການ​ເຄື່ອ​ນ​ໄຫວ​ຂອງ​​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ສ.ເຊັກ​ໂກ ທີ່​ໄດ້​ປະ​ກອ​ບ​ສ່ວນໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ ແລະ ຊຸກ​ຍູ້ການ​ເຊື່ອມ​ໂຍງ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ສ.ເຊັກ​ໂກ. ຜ່ານ​ບັນ​ດາ​ການ​ພົບ​ປະ​ກັບວົງ​ການ​ນັກ​ການ​ເມືອງ​ສ.ເຊັກ​ໂກ ແລະ ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ, ຊອກ​ຮູ້​ສະ​ພາບ​ຕົວ​ຈິງ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ສ.ເຊັກ​ໂກ, ທ່ານ​ນາງ ເຈືອງ​ທິ​ມາຍ ສະ​ເໜີ​ໃຫ້​ການ​ນຳ​ສະ​ມາຄົມ, ພິ​ເສດ​ແມ່ນ​ວຽກ​ງານ​ສຶກ​ສາ​ລຸ້ນ​ໜຸ່ມ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ໃນ​ນັ້ນ​ມີ​ພາ​ສາ​ຫວຽດ​, ສົ່ງ​ເສີມ, ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ສາ​ມັກ​ຄີ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຕາມ​ກົດ​ໝາຍ​ຂອງ​ສ.ເຊັກ​ໂກ, ພ້ອມ​ທັງ​ອວ່າຍ​​ໜ້າເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

        ກ່ອນ​ໜ້ານັ້ນໃນ​ວັນ​ດຽວ​ກັນ, ທ່ານ​ນາງ ເຈືອງ​ທິ​ມາຍ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ສະ​ມາ​ຄົມ​ມິດ​ສະ​ພາບ​ເຊັກ​ໂກ - ຫວຽດ​ນາມ. ຕອນ​ເຊົ້າ​ວັນ​ທີ 19/09, ຄະ​ນະ​ຜູ້​ແທນໄດ້​ເດີນ​ທາງ​ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ສ.ເຊັກ​ໂກ.

ຂ່າວ/ບົດ​ອື່ນ