ສົ່ງເສີມຊາວໜຸ່ມເຂົ້າຮ່ວມການພັດທະນາເສດຖະກິດເຂດຊົນນະບົດ

(VOVWORLD) - ທີ່ເວທີປາໄສ, ບັນດາຜູ້ແທນຊາວໜຸ່ມໄດ້ແລກປ່ຽນ 3 ເນື້ອໃນຕົ້ນຕໍນັ້ນແມ່ນ: ແບ່ງປັນບົດຮຽນ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນບັນຫາສ້າງອາຊີບ
ສົ່ງເສີມຊາວໜຸ່ມເຂົ້າຮ່ວມການພັດທະນາເສດຖະກິດເຂດຊົນນະບົດ - ảnh 1ພິທີປຸກລະດົມການເສັງ “ແນວຄວາມຄິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງຂອງຊາວໜຸ່ມເຂດຊົນນະບົດຄັ້ງທີ I”

ວັນທີ 11 ມີນາ, ຢູ່ເມືອງ ເຫງັຍດານ, ແຂວງ ເງະອານ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມແຂວງ ເງະອານ ຈັດຕັ້ງເວທີປາໄສ “ຊາວໜຸ່ມຊົນນະບົດເລີ່ມທຸລະກິດດ້ວຍເຕັກໂນໂລຊີຂັ້ນສູງ” ແລະ ປຸກລະດົມການເສັງ “ແນວຄວາມຄິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງຂອງຊາວໜຸ່ມເຂດຊົນນະບົດຄັ້ງທີ I”.

        ທີ່ເວທີປາໄສ, ບັນດາຜູ້ແທນຊາວໜຸ່ມໄດ້ແລກປ່ຽນ 3 ເນື້ອໃນຕົ້ນຕໍນັ້ນແມ່ນ: ແບ່ງປັນບົດຮຽນ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນບັນຫາສ້າງອາຊີບ; ຍົກອອກບັນດາຂໍ້ຕິດຂັດໃນນະໂຍບາຍໜູນຊ່ວຍ ແລະ ຂໍ້ສະເໜີແນະກ່ຽວກັບກົນໄກນະໂຍບາຍເພື່ອສ້າງອາຊີບໃນຂົງເຂດກະສິກຳ, ຊົນນະບົດ. ອ້າຍ ຫງວຽນແອງຕ໋ວນ, ເລຂາຜູ້ປະຈຳການຄະນະບໍລິຫານງານສູນກາງຊາວໜຸ່ມ, ໃຫ້ຮູ້ວ່າ:

        “ບັນດາເພື່ອນໜຸ່ມຕ້ອງມີແຜນການ, ແນວຄວາມຄິດເລີ່ມທຸລະກິດ, ສ່ວນສຳລັບທຶນຮອນຈະໄດ້ຮັບການໜູນຊ່ວຍຈາກທະນາຄານນະໂຍບາຍສັງຄົມ, ທະນາຄານພັດທະນາກະສິກຳເຂດຊົນນະບົດແລ້ວ. ລັດຖະບານ ມີມະຕິກຳນົດກ່ຽວກັບບັນດານະໂຍບາຍສິນເຊື່ອບຸລິມະສິດສະຫງວນໃຫ້ແກ່ການພັດທະນາກະສິກຳ. ດັ່ງນັ້ນ, ພວກເຮົາບໍ່ຕ້ອງເປັນຫ່ວງກ່ຽວກັບດ້ານທຶນຮອນ, ພວກເຮົາຕ້ອງສົນໃຈພຽງບັນຫາໜຶ່ງນັ້ນແມ່ນ ພວກເພື່ອນຊອກຫາທິດ ແລະ ເສັ້ນທາງໄປໄດ້ຫຼືບໍ່?”

ຕອບກັບ

ຂ່າວ/ບົດ​ອື່ນ