ສົ່ງເສີມບັນດາວິສາຫະກິດ ໂຮນລັງລົງທຶນເຂົ້າຕະຫຼາດ ຫວຽດນາມ

(VOVWORLD) - ທ່ານ Hans de Boer ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນງານໃນການພັດທະນາເສດຖະກິດຂອງ ຫວຽດນາມ ແລະ ຕີລາຄາສູງບົດບາດນຳໜ້າພັດທະນາເສດຖະກິດຂອງກຸ່ມ ອາຊຽນ ໃນພາກພື້ນ ອາຊີ ກໍ່ຄືຢູ່ໃນໂລກ. 
ສົ່ງເສີມບັນດາວິສາຫະກິດ ໂຮນລັງລົງທຶນເຂົ້າຕະຫຼາດ ຫວຽດນາມ - ảnh 1ພາບປະກອບ 

ກ່ອນການຢ້ຽມຢາມ ໂຮນລັງ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ໃນຂອບເຂດການເຄື່ອນໄຫວຂອງຄະນະກຳມະການ ອາຊຽນ ຢູ່ ໂຮນລັງ, ວັນທີ 29 ມິຖຸນາ, ທ່ານນາງ ໂງທິຮ່ວາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ພ້ອມກັບບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ໂຮນລັງ ໄດ້ພົບປະ ແລະ ເຮັດວຽກກັບທ່ານ Hans de Boer, ປະທານສະຫະພັນອຸດສາຫະກຳ ແລະ ຜູ້ນຳໃຊ້ຄົນງານ ໂຮນລັງ VNO-NCW. ນະທີ່ນີ້, ທ່ານ Hans de Boer ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນງານໃນການພັດທະນາເສດຖະກິດຂອງ ຫວຽດນາມ ແລະ ຕີລາຄາສູງບົດບາດນຳໜ້າພັດທະນາເສດຖະກິດຂອງກຸ່ມ ອາຊຽນ ໃນພາກພື້ນ ອາຊີ ກໍ່ຄືຢູ່ໃນໂລກ. ທ່ານຖືວ່າ: ບັນດາປະເທດ ອາຊຽນ ເວົ້າສະເພາະ ແລະ ກຸ່ມ ອາຊຽນ ເວົ້າລວມແມ່ນບຸລິມະສິດສູງສຸດໃນນະໂຍບາຍການຄ້າ ການລົງທຶນທົ່ວໂລກຂອງ ໂຮນລັງ. ທ່ານໃຫ້ຮູ້ວ່າ: ໂຮນລັງ ແມ່ນປະເທດພັດທະນາຢູ່ໃນລະດັບສູງ, ບັນລຸຫຼາຍຜົນງານກ່ຽວກັບເສດຖະກິດ, ເຕັກໂນໂລຢີ, ວິທະຍາສາດ… ແລະ ປາດຖະໜາວ່າ ອາຊຽນ ອາດສາມາດຮ່ວມມືໃນພື້ນຖານທ່າແຮງນີ້ ກັບໂຮນລັງ. ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ ຫວັງວ່າ ທ່ານ Hans de Boer ກໍ່ຄືສະຫະພັນອຸດສາຫະກຳ ແລະ ຜູ້ນຳໃຊ້ຄົນງານສົ່ງເສີມບັນດາວິສາຫະກິດ ໂຮນລັງ ເພີ່ມທະວີການລົງທຶນເຂົ້າຕະຫຼາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ