ສົ່ງ​ເສີມ​ປະ​ຊາ​ຊົນ​ນຳ​ໃຊ້​ວິ​ທີ​ການແພດ​​ທັນ​ສະ​ໄໝ

(VOVWORLD) -ນຳສະເໜີຮູບເງົາເລື່ອງສັ້ນ ມີຫົວຂໍ້ “ການເລືອກເຟັ້ນທີ່ສະຫຼາດສ່ອງໃສ” ເພື່ອແນໃສ່ໂຄສະນາເຜີຍແຜ່, ສົ່ງເສີມປະຊາຊົນນຳໃຊ້ວິທີການແພດທີ່ທັນສະໄໝ ເພື່ອປິ່ນປົວພະຍາດ ແທນໃຫ້ການນຳໃຊ້ບັນດາຜະລິດຕະພັນທີ່ປຸງແຕ່ງຈາກສັດປ່າ.      
ສົ່ງ​ເສີມ​ປະ​ຊາ​ຊົນ​ນຳ​ໃຊ້​ວິ​ທີ​ການແພດ​​ທັນ​ສະ​ໄໝ - ảnh 1ຮູບພາບໜຶ່ງທີ່ໄດ້ຄັດສະເໜີຈາກຮູບເງົາເລື່ອງສັ້ນ (ພາບ: kinhtethudo.vn)

ເນື່ອງໃນໂອກາດວັນສັດປ່າໂລກ ວັນທີ 3 ມີນາ), ສູນການສຶກສາກ່ຽວກັບທຳມະສາດ (ENV) ໄດ້ນຳສະເໜີຮູບເງົາເລື່ອງສັ້ນ ມີຫົວຂໍ້ “ການເລືອກເຟັ້ນທີ່ສະຫຼາດສ່ອງໃສ” ເພື່ອແນໃສ່ໂຄສະນາເຜີຍແຜ່, ສົ່ງເສີມປະຊາຊົນນຳໃຊ້ວິທີການແພດທີ່ທັນສະໄໝ ເພື່ອປິ່ນປົວພະຍາດ ແທນໃຫ້ການນຳໃຊ້ບັນດາຜະລິດຕະພັນທີ່ປຸງແຕ່ງຈາກສັດປ່າ.      

        ຕາມທ່ານນາງ ຫງວຽນທິເຟືອງຢຸງ - ຮອງຜູ້ອຳນວຍການສູນ ENV ແລ້ວ, ຜ່ານຮູບເງົາເລື່ອງສັ້ນ ນີ້, ທາງສູນ ENV ຢາກຮຽກຮ້ອງໃຫ້ປະຊາຊົນ ຈົ່ງຢຸດຕິການລ່າເນື້ອ, ຄ້າຂາຍ ແລະ ຈຳໜ່າຍບໍລິໂພກສັດປ່າຢູ່ ຫວຽດນາມ. ຍ້ອນວ່າ ການນຳໃຊ້ບັນດາຜະລິດຕະພັນທີ່ໄດ້ປຸງແຕ່ງຈາກສັດປ່ານີ້ ບໍ່ພຽງແຕ່ແມ່ນການກະທຳທຳລາຍທຳມະຊາດເທົ່ານັ້ນ ຫາກຍັງກໍ່ຜົນສະທ້ອນທີ່ອັນຕະລາຍຕໍ່ຊີວິດຂອງຄົນເຮົາອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ