ສົ່ງເສີມວິສາຫະກິດ ຍີ່ປຸ່ນ ລົງທຶນພັດທະນາພື້ນຖານໂຄງລ່າງ ແລະ ພະລັງງານ

(VOVWORLD) - ວັນທີ 22 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໄດ້ໃຫ້ການຕ້ອນຮັບຄະນະການນຳທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC) ແລະ ກຸ່ມບໍລິສັດ Sumitomo. 

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຖືວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນພວມຢູ່ໃນໄລຍະພັດທະນາອັນດີງາມ, ເຂັ້ມແຂງ ແລະ ຮອບດ້ານໃນທຸກຂົງເຂດ, ມີຄວາມໄວ້ເນື້ອເຊື່ອໃຈສູງ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກໍ່ຕີລາຄາສູງບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງກຸ່ມບໍລິສັດ Sumitomo ຢູ່ ຫວຽດນາມ ໃນຫລາຍຂົງເຂດຄື: ການຄ້າ, ການສົ່ງອອກນຳເຂົ້າ, ເຫຼັກກ້າ, ລົດໂອໂຕ, ຕ່ຳແຜ່ນຕັດຫຍິບ, ກະສິກຳ. ກ່ຽວກັບແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ ທະນາຄານຮ່ວມມືສາກົນ ຍີ່ປຸ່ນ ຈະສືບຕໍ່ສະໜອງທຶນໃຫ້ແກ່ບັນດາໂຄງການຢູ່ ຫວຽດນາມ; ສະເໜີ Sumitomo ສືບຕໍ່ເປີດກ້ວາງການລົງທຶນ, ພິເສດແມ່ນໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ພະລັງງານ, ໃນນັ້ນ ໃຫ້ບຸລິມະສິດບັນດາໂຄງການພະລັງງານຜະລິດຄືນໃໝ່.

        ສ່ວນທ່ານ Kazuhisa Yumikura, ຜູ້ອຳນວຍການຝ່າຍບໍລິຫານທັງເປັນຜູ້ອຳນວຍການດ້ານການເງິນພື້ນຖານໂຄງລ່າງ ແລະ ສິ່ງແວດລ້ອມຂອງທະນາຄານຮ່ວມມືສາກົນ ຍີ່ປຸ່ນ ຢືນຢັນວ່າ: ທະນາຄານປາດຖະໜາຢາກປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ພິເສດແມ່ນໃນບັນດາຂົງເຂດພື້ນຖານໂຄງລ່າງທີ່ຈຳເປັນ ແລະ ພະລັງງານ. ໃນໄລຍະຈະມາເຖິງ, ທະນາຄານຮ່ວມມືສາກົນ ຍີ່ປຸ່ນ ຈະຜັນຂະຫຍາຍບັນດາແຜນການ ໃນນັ້ນມີການຮ່ວມມືກັບບັນດາທະນາຄານການຄ້າ ຫວຽດນາມ ເພື່ອສະໜອງທຶນໃຫ້ບັນດາໂຄງການຂອງວິສາຫະກິດ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ