ສົ່ງເສີມວິສາຫະກິດໄທ ມາລົງທຶນ ຢູ່ຫວຽດນາມ

(VOVWORLD) -ວັນທີ 9 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ ເທບ ວົງວານິດ ປະທານບໍລິສັດຫຸ້ນສ່ວນ SCG ຫວຽດນາມ.
ສົ່ງເສີມວິສາຫະກິດໄທ ມາລົງທຶນ ຢູ່ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ ເທບ ວົງວານິດ ປະທານບໍລິສັດຫຸ້ນສ່ວນ SCG ຫວຽດນາມ (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢັ້ງຢືນວ່າລັດຖະບານ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ ບໍລິສັດ SCG ມີຄວາມອຸ່ນອ່ຽນໃຈ ເປີດກວ້າງການລົງທຶນ, ພັດທະນາການຜະລິດດໍາເນີນທຸລະກິດ.

        ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ SCG ຈະສືບຕໍ່ເພີ່ມທະວີການລົງທຶນຢູ່ຫວຽດນາມ; ສືບຕໍ່ຍູ້ໄວຄວາມຄືບໜ້າການກໍ່ສ້າງໂຄງການໂຮງງານປະສົມຜະລິດນໍ້າມັນພາກໃຕ້ຫວຽດນາມ ໃຫ້ຮັບປະກັນຄວາມຄືບໜ້າ, ຄຸນນະພາບ ແລະ ປະສິດທິຜົນ; ປະຕິບັດຂໍ້ກໍານົດຂອງກົດໝາຍຫວຽດນາມ ກ່ຽວກັບຄວາມປອດໄພ ແລະ ການຮັກສາສິ່ງແວດລ້ອມ.

        ສ່ວນທ່ານ ເທບ ວົງວານິດ ຢັ້ງຢືນວ່າ SCG ຈະສຸມແຫຼ່ງກໍາລັງ, ພາຫະນະຂອງຕົນຢ່າງສຸດຂີດ ເພື່ອກໍ່ສ້າງສໍາເລັດໂຄງການດັ່ງກ່າວຢ່າງຖືກຕ້ອງຕາມຄວາມຄືບໜ້າ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ປະຕິບັດກົດໝາຍຫວຽດນາມ, ບັນດາມາດຕະຖານສາກົນ ກ່ຽວກັບຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມ; ຈັດຕັ້ງບັນດາຊຸດບໍາລຸງສ້າງໃຫ້ແກ່ປະຊາຊົນທ້ອງຖິ່ນ ເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກຢູ່ບັນດາສະຖານທີ່ກໍ່ສ້າງ, ໂຮງຈັກໂຮງງານ ຫຼືຕອບສະໜອງບັນດາການບໍລິການໜູນຊ່ວຍ ເມື່ອໂຮງງານໄດ້ນໍາເຂົ້າເຄື່ອນໄຫວ ດ້ວຍຂອບຂະໜາດກໍາມະກອນນັບສິບພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ