ສູ້ຊົນບັນລຸການເຕີບໂຕGDPປະມານ7%ໃນປີ216

ສູ້ຊົນບັນລຸການເຕີບໂຕGDPປະມານ7%ໃນປີ216 - ảnh 1
ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງເປັນ​ປະ​ທານກອງ​ປະ​ຊຸມ
ພາບ:baodansinh.vn
(vovworld)- ຕອນ​ເຊົ້າ​ວັນ​ທີ 29/2 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ລັດ​ຖະ​ບານ​ໄດ້​ຈັດ​ກອງ​ປະ​ຊຸ​ມ​ປະ​ຈຳ​ເດືອນ 2/2016. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ຕີ​ລາ​ຄາ​ຜົນ​ງານ​ສຳ​ຄັນ​ທີ່​ສຸດ​ຂອງ​ປີ 2015 ນັ້ນ​ແມ່ນ: ລະ​ດັບ​ເຕີບ​ໂຕ GDP ບັນ​ລຸ 6,68%. ບົນ​ເນື້ອ​ໃນ​ຈິດ​ໃຈນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ​ໃສ່​ໃຈ​ວ່າ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ຍົກ​ຕົວ​ເລກຄາດ​ໝາຍ 6,7% ຂຶ້ນ​ລະ​ດັບ 7% ໃນ​ປີ 2016 ບົນ​ພື້ນ​ຖານ​ທ່າ​ຟື້ນ​ຕົວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງປະ​ເທດຊາດ​ໃນ​ປີ 2015 ແລະ ໃນ​ຊຸມ​ປີ​ຜ່ານ​ມາ.

        ກ່ຽວ​ກັບ​ສະ​ພາບ​ໃນ 2 ເດືອນ​ຕົ້ນ​ປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ  ຕີ​ລາ​ຄາ​ວ່າ: ເຖິງວ່າເດືອນ 2 , ມີ 9 ມື້​ແມ່ນໄດ້​ພັກ​ຜ່ອນ​ໃນ​ໂອ​ກາດບຸນ​ເຕັດ ແຕ່​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ ສືບ​ຕໍ່​ບັນ​ລຸ​ໝາກ​ຜົນ​ດີ​ສົມ​ຄວນ​ໃນ​ທຸກ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ເສດ​ຖ​ະ​ກິດ ການ​ບໍ​ລິ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ທຸກ​ຂັ້ນ​, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ເອົາ​ໃຈ​ໃສ່​ຫນ້າ​ທີ່​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍກວ່າ​ອີກ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ນັບ​ມື້​ນັບ​ສະ​ດວກກວ່າ, ຍາດ​ແຍ່ງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ເພື່ອ​ເພີ່ມ​ທະ​ວີ​ການ​ດຶງ​ດູດ​ການ​ລົງ​ທຶນ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ຂ່າວ/ບົດ​ອື່ນ