ສູ້ຊົນບັນລຸຄາດໝາຍເຖິງປີ 2020 ຈະມີພົນລະເມືອງກວ່າ 90%ເຂົ້າຮ່ວມປະກັນສຸຂະພາບ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກັນສຸຂະພາບ ຫວຽດນາມ 1/7,

ສູ້ຊົນບັນລຸຄາດໝາຍເຖິງປີ 2020 ຈະມີພົນລະເມືອງກວ່າ 90%ເຂົ້າຮ່ວມປະກັນສຸຂະພາບ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ລາຍການ 

(ພາບ: ສຳນັກຂ່າວສານ ຫວຽດນາມ)

ຕອນຄຳ່ວັນທີ 30/6, ຢູ່ຮ່າໂນ້ຍ, ອົງການປະກັນສັງຄົມ ຫວຽດນາມ ແລະ ກະຊວງສາທາລະນະສຸກ ສົມທົບກັນຈັດຕັ້ງລາຍການ “ທົ່ວປວງຊົນປະກັນສຸຂະພາບ-ຮ່ວມແຮງຮ່ວມໃຈເພື່ອສຸຂະພາບປະຊາຄົມ“. ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານປົກປັກຮັກສາ, ສົ່ງເສີມສຸຂະພາບຂອງປະຊາຊົນ ແລະ ໄດ້ປະກາດໃຊ້, ຊີ້ນຳປະຕິບັດແຜນນະໂຍບາຍ, ນະໂຍບາຍຫຼາຍຢ່າງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງປະກັນສຸຂະພາບ ເພື່ອແນໃສ່ຊ່ວຍປະຊາຊົນແກ້ໄຂຄວາມໂຊກຮ້າຍ, ພະຍາດ ແລະ ຫຼຸດຜ່ອນຄ່າກວດ ແລະ ປິ່ນປົວພະຍາດ. ເພື່ອພັດທະນານະໂຍບາຍປະກັນສຸຂະພາບຢ່າງໝັ້ນຄົງ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ສັງຄົມ; ທ່ານນາຍົກລັດຖະມົນຕີຊີ້ນຳໄລຍະຈະມາເຖິງ, ສູ້ຊົນບັນລຸຄາດໝາຍເຖິງປີ 2020 ຈະມີພົນລະເມືອງກວ່າ 90% ເຂົ້າຮ່ວມປະກັນສຸຂະພາບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ປະຈຸບັນ, ພວກເຮົາຍັງມີປະຊາຊົນເກືອບ 20 ລ້ານຄົນ ບໍ່ທັນເຂົ້າຮ່ວມປະກັນສຸຂະພາບ. ດ້ວຍຈິດໃຈຮັກແພງຊ່ວຍເຫຼືອ, ຮ່ວມແຮງຮ່ວມໃຈເພື່ອສຸຂະພາບປະຊາຄົມ. ຂ້າພະເຈົ້າຮຽກຮ້ອງບັນດາຜູ້ໃຈດີໃຈກຸສົນ, ບັນດາວິສາຫະກິດ,ບັນດາອົງການຈັດຕັ້ງສັງຄົມຈົ່ງເຂົ້າຮ່ວມການໜູນຊ່ວຍ ຊື້ ແລະ ມອບບັດປະກັນສຸຂະພາບໃຫ້ແກ່ຜູ້ທຸກຍາກ, ປະກອບສ່ວນສ້າງສັງຄົມໜຶ່ງແຫ່ງປະຊາທິປະໄຕ, ຍຸຕິທຳ, ຈະເລີນຮຸ່ມເຮືອງ ແລະ ຜາສຸກ“

ຕອບກັບ

ຂ່າວ/ບົດ​ອື່ນ