ສູ້ຊົນບັນລຸຜົນງານສູງສຸດໃນແຜນການສ້າງລາຍຮັບງົບປະມານແຫ່ງລັດປີ 2013

ສູ້ຊົນບັນລຸຜົນງານສູງສຸດໃນແຜນການສ້າງລາຍຮັບງົບປະມານແຫ່ງລັດປີ 2013 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Thống Nhất/TTXVN)

(vovworld) - ວັນ​ທີ 17/7, ກ່າວ​ຄຳ​ເຫັນ​ຊີ້ນຳທີ່​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ເນັດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ການ​ເງິນ - ງົບປະມານ 6 ​ເດືອນ​ທ້າຍ​ປີ 2013 ກັບ​ບັນດາ​ແຂວງ, ນະຄອນ ຂຶ້ນ​ກັບ​ສູນ​ກາງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ການ​ເງິນ​ຕ້ອງ​ປະຕິບັດ​​ໜ້າ​ທີ່​ວາງ​ອອກ​ໃຫ້​ໄດ້ນັ້ນ​ແມ່ນ​ສຸມ​ໃສ່​ຊີ້ນຳບໍລິຫານ​ຢ່າງ​ຂ້ຽວ​ຂາດ, ສູ້ຊົນ​ບັນລຸ​ຜົນງານ​ສູງ​ສຸດ ​ແລະ ປະຕິບັດ​ສຳ​ເລັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013, ບໍ່​ດັດ​ປັບ​ການ​ດຸນ​ດ່ຽງ​ລາຍ​ຮັບ - ລາຍ​ຈ່າຍ​ງົບປະມານ​ປີ 2013. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ: ກ້າວ​ເຂົ້າ​ສູ່​ປີ 2013, ​ເສດຖະກິດ​ໂລກ​ສືບ​ຕໍ່ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ບໍ່​ທັນ​ເປັນ​ປົກກະຕິ​ເທື່ອ ​ແລະ ຍັງ​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ຢູ່​ພາຍ​ໃນ​ປະ​ເທດ, ​ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ໝາ​ກຜົນ​ສຳຄັນ​​ໃນ​ການ​ຄວບ​ຄຸມ​ໄພ​ເງີ​ນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ ​ແລະ ບັນລຸ​ໄດ້​ລະດັບ​ເຕີບ​ໂຕ​ເໝາະ​ສົມ, ຮັບປະກັນ​ຊີວິດ​ສັງຄົມ, ພື້ນຖານ​ເສດຖະກິດ ຫວຽດນາມ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າທາຍ​ຫຼາຍ​ຢ່າງ. ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລ້ວ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ລະບົບ​ການ​ເມືອງ, ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ ​ໃນ​ທົ່ວ​ປະ​ເທດ, ສະພາບ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ໃນ 6 ​ເດືອນ​ຕົ້ນ​ປີ 2013 ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ຖືກ​ທິດ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2013 ຢ່າງ​ມີ​ໄຊ.​.​.​ ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ການ​ສົ່ງ​ອອກ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ (​ຄືເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ), ອັດຕາ​​ແລກປ່ຽນເງິນຕາ ​ແລະ ຕະຫຼາດ​ເງິນ​ຕ່າງປະ​ເທດ​​ເປັນ​ປົກກະຕິ​ໂດຍ​ພື້ນຖານ, ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ໃນ​ບັນດາ​ຂົງ​ເຂດ​ລ້ວນ​ແຕ່​ມີ​ການເຕີບ​ໂຕ, GDP 6 ​ເດືອນ​ຕົ້ນ​ປີ​ເພີ່ມຂຶ້ນ 4,9%..​​..​ ກ່ຽວ​ກັບ​ໜ້າ​ທີ່​​ໃນ 6 ​ເດືອນ​ທ້າຍ​ປີ 2013, ທ່ານ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງການ ​ແລະ ທ້ອງ​ຖິ່ນຕ່າງ​ໆ​ຈົ່ງ​ປະຕິບັດ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ໃຊ້​ຈ່າຍ​ງົບປະມານ, ຮັບປະກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ ​ເພື່ອ​ປະຕິບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ຟືອຍ ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ