ສູ້ຊົນບັນລຸລະດັບເຕີບໂຕການບໍລິການປະມານແຕ່ 7 – 8%

(VOVWORLD) -ໃນໄລຍະ 2030 - 2050, ຂົງເຂດການບໍລິການສືບຕໍ່ຮັກສາລະດັບເຕີບໂຕສູງກວ່າລະດັບເຕີບໂຕລວມຂອງພື້ນຖານເສດຖະກິດ, ກວມເອົາອັດຕາສ່ວນປະມານ 60% GDP.
ນາຍົກລັດຖະມົນຕີຫາກໍ່ເຊັນອະນຸມັດຍຸດທະສາດສັງລວມກ່ຽວກັບການພັດທະນາຂົງເຂດການບໍລິການຂອງຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ເປົ້າໝາຍຂອງຍຸດທະສາດແມ່ນລະດັບເຕີບໂຕໃນຂົງເຂດການບໍລິການໄລຍະ 2021 – 2030 ບັນລຸປະມານ 7-8%, ສູງກວ່າລະດັບເຕີບໂຕລວມຂອງພື້ນຖານເສດຖະກິດ. ຮອດປີ 2030, ອັດຕາສ່ວນໃນຂົງເຂດການບໍລິການກວມເອົາ 50% GDP. ໃນໄລຍະ 2030 - 2050, ຂົງເຂດການບໍລິການສືບຕໍ່ຮັກສາລະດັບເຕີບໂຕສູງກວ່າລະດັບເຕີບໂຕລວມຂອງພື້ນຖານເສດຖະກິດ, ກວມເອົາອັດຕາສ່ວນປະມານ 60% GDP. ການກຳນົດທິດລວມຂອງຍຸດທະສາດແມ່ນຍູ້ແຮງການປະຕິຮູບລະບອບລະບຽບການ, ຍົກສູງລັກສະນະໂປ່ງໄສ, ມີປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງບັນດາຂະແໜງການບໍລິການ ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກວ້າງຂວາງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ