ສູ້ຊົນຮອດປີ 2030: ຍົກລະດັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ ລົງທຶນ

(VOVWORLD) -ນີ້ແມ່ນຂໍ້ມູນທີ່ເປັນໜ້າສົນໃຈເຊິ່ງໄດ້ຍົກອອກມາທີ່ກອງປະຊຸມເຜີຍແຜ່ແຜນຮ່າງດັດປັບອັນດັບຄວາມໄວ້ວາງໃຈລະດັບຊາດຮອດປີ 2030, ເຊິ່ງດຳເນີນໃນຕອນເຊົ້າວັນທີ 13 ພຶດສະພາ, ຢູ່ແຂວງ ກວາງນິງ.
ສູ້ຊົນຮອດປີ 2030: ຍົກລະດັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ ລົງທຶນ - ảnh 1ທີ່ກອງປະຊຸມ
(ພາບ: TTXVN)

ສູ້ຊົນຮອດປີ 2030 ຈະຍົກລະດັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ “ລົງທຶນ”. ນີ້ແມ່ນຂໍ້ມູນທີ່ເປັນໜ້າສົນໃຈເຊິ່ງໄດ້ຍົກອອກມາທີ່ກອງປະຊຸມເຜີຍແຜ່ແຜນຮ່າງດັດປັບອັນດັບຄວາມໄວ້ວາງໃຈລະດັບຊາດຮອດປີ 2030, ເຊິ່ງດຳເນີນໃນຕອນເຊົ້າວັນທີ 13 ພຶດສະພາ, ຢູ່ແຂວງ ກວາງນິງ.

        ເລື່ອງດັດປັບຄວາມໄວ້ວາງໃຈລະດັບຊາດມີຄວາມໝາຍຕັ້ງໜ້າທີ່ສຸດ, ສ້າງການແຜ່ຂະຫຍາຍໃຫ້ທັງພື້ນຖານເສດຖະກິດ. ດ້ານໜຶ່ງປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງຊາດ, ອີກດ້ານໜຶ່ງແມ່ນ ເພີ່ມຄວາມໄວ້ວາງໃຈສຳລັບນັກລົງທຶນສາກົນ, ລວມທັງນັກລົງທຶນເຂົ້າ ຫວຽດນາມ ໂດຍກົງ ແລະ ທາງອອມ. ວັນທີ 13 ມີນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານແຜນຮ່າງດັດປັບການຈັດອັນດັບຄວາມໄວ້ວາງໃຈລະດັບຊາດຮອດປີ 2030. ແຜນຮ່າງໂດຍກະຊວງການເງິນ ຫວຽດນາມ ເປັນປະທານ, ສະເໜີເປົ້າໝາຍສູ້ຊົນຮອດປີ 2030 ຍົກລະດັບຄວາມໄວ້ວາງໃຈຂອງ ຫວຽດນາມ ຂຶ້ນລະດັບ ລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ