ສູ້ຊົນຮອດປີ2020ມີ50%ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່

ສູ້ຊົນຮອດປີ2020ມີ50%ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່ - ảnh 1
ພາບປະກອບ

(vovworld) – ​​ນາຍົກລັດຖະມົນຕີ ຫາ​ກໍ່​ປະກາດ​​ແຜນການ​ຈັດ​ຕັ້ງ​ການປະຕິບັດ​ຂະ​ບວນການ​ແຂ່ງຂັນ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​​ໃຈ​ກໍ່ສ້າງ​ຊົນນະບົດ​​ໃໝ່” ​ໄລຍະ 2016 – 2020 ດ້ວຍ​ຈຸດໝາຍ​ສູ້​ຊົນ​ຮອດ​ປີ 2020 ຈະມີ 50% ຕາ​ແສງ​ໃນ​ທົ່ວ​ປະ​ເທດ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ຕາມ​ແຜນການ​ແລ້ວ, ສະພາ​ແຂ່ງຂັນ - ຍ້ອງຍໍ​​ສູນ​ກາງ​ຈະ​ເລືອກ​ເຟັ້ນ, ສະ​ເໜີ​​ຍ້ອງ​ຍໍ​: ​ແຕ່ລະກຸ່ມ​ແຂ່ງຂັນແຂ​ວງ, ນະຄອນ​ໜຶ່ງ​ສັງ​ກັບ​ສູນ​ກາງທີມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່. ​ກຸ່ມ​ແຂ່ງຂັນ ກະຊວງ, ຄະນະ, ຂະ​ແໜງ​ການ, ​ແນວ​ໂຮມ​ປະ​ເທດ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ສູນ​ກາງກຸ່ມ, ບໍລິສັດ​​ເສດຖະກິດ, ບໍລິສັດ​​ໃຫຍ່​ຂອງ​ລັດ​ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ສະຫລຸບ​ຂະ​ບວນການ​ແຂ່ງຂັນ​ໃນ​ປີ 2020.


ຂ່າວ/ບົດ​ອື່ນ