ສັດທີິ່ມຸງຄຸນຫວຽດນາມອຸດົມສົມບູນ,ຫຼາຍຮູບຫຼາຍແບບແລະເປັນເອກະລັກສະເພາະ

ສັດທີິ່ມຸງຄຸນຫວຽດນາມອຸດົມສົມບູນ,ຫຼາຍຮູບຫຼາຍແບບແລະເປັນເອກະລັກສະເພາະ - ảnh 1
(ພາບ​ປະ​ກອບ)

(vovworld) - ​​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ທະ​ຍາ​ສາດ ດ້ວຍ​ຫົວ​ຂໍ້​ວ່າ “ສັດ​ທີ່​​ເປັນ​ມຸງ​ຄຸນຫວຽດ​ນາມ ​ໃນ​ວັດ​ທະ​ນະ​ທຳ​ທີ່​ເປັນມູນ​ເຊື້ອ​” ຈະ​ໄດ້​ຈັດ​​ຕັ້ງ​ໃນ​ວັນ​ທີ 22/12, ຢູ່​ຫໍ​ພິ​ພິ​ດຕະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ, ຮ່າ​ໂນ້ຍ. ການ​ໂອ​້​ລົມ​ສົນ​ທະ​ນາ​ໄດ້​ຊ່ວຍ​ໃຫ້​​ມະ​ຫາ​ຊົນ​ຄົ້ນ​ຫາ, ຊອກ​ຮູ້ ແລະ ມີ​​ຄວາມຮັບ​ຮູ້​​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ລັກ​ສະ​ນະ​ອຸ​ດົມ​ສົມ​ບູນ, ​ ຫຼາຍ​ຮູບ​ຫຼາຍ​ແບບ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​​ຂອງ​​ສັດ​ທີ່​ເປັນ​ມຸງ​ຄຸນຫວຽດ​ນາມ. ພິ​ເສດ, ເມື່ອ​ເຂົ້າ​ຮ່ວມ​​ໃນການ​ໂອ້​ລົມ​, ໄວ​ໜຸ່ມ​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ໂ​ອ້​ລົມ​ສົນ​ທະ​ນາ, ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ນັກ​ຄົ້ນ​ຄວ້າ​ກ່ຽວກ​ັບ​ບັນ​ດາ​ບັນ​ຫາທີ່​ມີ​ຄ​ວາມ​ທີ່​ສົນ​ໃຈ, ຜ່ານນັ້ນ​​ມີ​ຄວາມໄດ້​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​​ປະ​ຫວັດ​ສາດວັດ​ທະ​ນະ​ທຳ​ຂອງ​ຊາດ.

      ສັດ​ທີ່​​ເປັນ​ມຸງ​ຄຸນ​ໃນ​ສິ​ລະ​ປະ​​​ດີດສ້າງຫວຽດ​ນາມ ມີ​ຫຼາຍ​ປະ​ເພດ​​ທີ່ແຕກ​ຕ່າງ​ກັ​ນ, ໂດຍ​ຊາວ​ຫວຽດ​ນາມ ​ປະ​ດີດ​ສ້າງ​ຂຶ້ນ ຫຼື ຜ່ານ​ການ​ພົວ​ພັນ​ແລກ​ປ່ຽນກັບ​ວັດ​ທະ​ນະ​ທ​ຳ​ທີ່​ມາ​ຈາກ​ຕ່າງ​ປະ​ເທດ​ ທີ່ໄດ້​ນຳ​ໃຊ້​ຢ່າງກວ້າງ​ຂວາງ​ມາ​ແຕ່​ດົນ​ນານ, ສ່​ອງ​ແສງ​ໃຫ້​ເຫັນຊີ​ວິດ​ທາງດ​້ານ​ເຊື່ອ​ຖື, ວັດ​ທະ​ນະ​ທຳ​ຢ່າງ​ເລິກ​ເຊິ່ງ.

ຂ່າວ/ບົດ​ອື່ນ