“ສິດ​ອຳ​ນາດອ​່ອນ” ຂອງ ຫວຽດ​ນາມ​ເພີ່ມ​ລຳ​ດັບ​ພາຍຫຼັງ​ໜຶ່ງ​ປີ ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕີລາຄາໃນບົດລາຍງານ, ທ່ານ Samir Dixit, ຜູ້ອຳນວຍການບໍລິຫານ Brand Finance ອາຊີ - ປາຊີຟິກ ໄດ້ຖືວ່າ, ຫວຽດນາມ ໄດ້ຄຸ້ມຄອງທຸກດ້ານກ່ຽວກັບຍຸດທະສາດໃຫ້ເປັນຢ່າງດີພໍສົມຄວນ, ພິເສດແມ່ນການເຊື່ອມໂຍງ ແລະ ເຊື່ອມຕໍ່ຂອງເຄື່ອງໝາຍການຄ້າ ແຫ່ງຊາດ ແລະ ບັນດາເຄື່ອງໝາຍການຄ້າພາຍໃນປະເທດ.
“ສິດ​ອຳ​ນາດອ​່ອນ” ຂອງ ຫວຽດ​ນາມ​ເພີ່ມ​ລຳ​ດັບ​ພາຍຫຼັງ​ໜຶ່ງ​ປີ ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕາມບົດລາຍງານດັດຊະນີ “ສິດອຳນາດອ່ອນ” (Soft Power) ທົ່ວໂລກ (Brand Finance Global Soft Power Index Report) ປີ 2021 ທີ່ໄດ້ປະກາດຫວ່າງແລ້ວນີ້, ຫວຽດນາມແມ່ນປະເທດໜຶ່ງດຽວໃນອາຊຽນຂຶ້ນອັນດັບ ໃນຕາຕະລາງຈັດອັນດັບ “ສິດອຳນາດອ່ອນ” ທົ່ວໂລກ. ໃນຕາລະຕາຈັດອັນດັບ “ສິດອຳນາດອ່ອນ” ທົ່ວໂລກປີ 2021, ມີການຜັນປ່ຽນ, ຂຶ້ນເຖິງ 3 ລຳດັບ ເມື່ອທຽບໃສ່ປີກາຍນີ້, ຈາກລຳດັບ 50 ຂຶ້ນເຖິງ 47. ຍອດຄະແນນຂອງ ຫວຽດນາມ ແມ່ນ 33,8/100, ຢືນຢູ່ໜ້າຫຼາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄື: ຟີລິບປິນ, ກຳປູເຈຍ, ມຽນມາ ແລະ ຖັດຈາກ: ສິງກະໂປ, ໄທ, ມາເລເຊຍ ແລະ ອິນໂດເນເຊຍ.

        Brand Finance ໄດ້ຕີລາຄາອິດທິພົນຊື່ສຽງປະເທດຂອງ ຫວຽດນາມ ໃນປີຜ່ານມາໄດ້ເພີ່ມຂຶ້ນ ສ່ວນຫຼາຍແມ່ນອີ່ງໃສ່ແຜນນະໂຍບາຍ ແລະ ການຮັບມືຢ່າງໄວຂອງລັດຖະບານ, ພິເສດແມ່ນການຊີ້ນຳໃນວຽກງານໜູນຊ່ວຍວິສາຫະກິດສ້າງສາ ແລະ ໂຄສະນາເຄື່ອງໝາຍທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ຄືຄວາມຂະຫຍັນຂັນເຄື່ອນ, ມານະພະຍາມຂອງ ວິສາຫະກິດ ຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນຄວາມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເມື່ອຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຢູ່ໃນລະດັບຕ່ຳ.

        ຕີລາຄາໃນບົດລາຍງານ, ທ່ານ Samir Dixit, ຜູ້ອຳນວຍການບໍລິຫານ Brand Finance ອາຊີ - ປາຊີຟິກ ໄດ້ຖືວ່າ, ຫວຽດນາມ ໄດ້ຄຸ້ມຄອງທຸກດ້ານກ່ຽວກັບຍຸດທະສາດໃຫ້ເປັນຢ່າງດີພໍສົມຄວນ, ພິເສດແມ່ນການເຊື່ອມໂຍງ ແລະ ເຊື່ອມຕໍ່ຂອງເຄື່ອງໝາຍການຄ້າ ແຫ່ງຊາດ ແລະ ບັນດາເຄື່ອງໝາຍການຄ້າພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ