ສິດເຈລະຈາໄວຜ່ານຜ່າສິ່ງກີດຂວາງທຳອິດຢູ່ສະພາຕໍ່າອາເມລິກາ

ສິດເຈລະຈາໄວຜ່ານຜ່າສິ່ງກີດຂວາງທຳອິດຢູ່ສະພາຕໍ່າອາເມລິກາ - ảnh 1
(ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)

​(vovworld) - ຄວາມ​ມານະ​ພະຍາຍາມ​ບັນລຸ​ໄດ້​ຮ່າງ​ກົດ​ໝາຍ “ສິດ​ຊຸກຍູ້​ການ​ຄ້າ” (TPA), ຫຼື ​ເອີ້ນ​ວ່າ ສິດ​ເຈລະຈາ​ໄວຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໃນ​ວັນ​ທີ 11/06 ​ໄດ້ຜ່ານ​ຜ່າ​ສິ່ງ​ກີດ​ຂວາງທຳ​ອິດ​ຢູ່​ສະພາ​ຕໍ່າ​ອາ​ເມ​ລິ​ກາ ​ເພື່ອ​ກະ​ກຽມ​ໃຫ້​ແກ່ການ​ປ່ອນ​ບັດ​ຄັ້ງສຸດ​ທ້າຍ. ດ້ວຍບັ​ດ​ເຫັນ​ດີ 217 ບັດ ​ແລະ ບັດ​ຄ້ານ 212 ບັດ, ສະພາ​ຕໍ່າ​ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ຍົກ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ສິດ​ເຈລະຈາ​ໄວອອກ​ມາ ​ເພື່ອ​ປ່ອນ​ບັດ​ໃນ​ວັນ​ທີ 12/06. ຄຽງ​ຂ້າງ​ນັ້ນ, ດ້ວຍບັ​ດ​ເຫັນ​ດີ 397 ບັດ ​ແລະ ບັດ​ຄ້ານ 32 ບັດ, ສະພາ​ຕໍ່າ​ອາ​ເມ​ລິ​ກາ ກໍ່​​ໄດ້ຮັບຮອງ​ເອົາ​ມາດ​ຕະການ​ອະນຸຍາດ​ໃຫ້ສະໜອງ​ງົບ​ປະມານ​​ເພື່ອ​ໜູນ​ຊ່ວຍ​ບັນດາ​ຄົນ​ງານທີ່​ບໍ່​ມີ​ວຽກ​ເຮັດ​ງານ​ທຳຍ້ອນ​ສັນຍາ​ການ​ຄ້າ​ຂ້າ​ມປາຊີ​ຟິກ (TPP), ຫາກ​ບໍ່​ຫຼຸດ​ຜ່ອນງົບປະມານ​ທີ່​ສະຫງວນໃຫ້​ບັນດາ​ໂຄງການສົ່ງ​ເສີມ​ສຸຂະພາບ Medicare.

ຂ່າວ/ບົດ​ອື່ນ