ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນຈັດຕັ້ງກອງປະຊຸມປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່

ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນຈັດຕັ້ງກອງປະຊຸມປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ - ảnh 1
ກອງ​ປະຊຸມ​​​ເພື່ອຮັບ​ເອົາຄຳ​ເຫັນໃສ່​ຮ່າງ​ເອກະສານ​ກອງ​
ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ
(ພາຍ: ອິນເຕີແນດ)

(vovworld) – ຕອນ​ເຊົ້າວັນ​ທີ 12/10, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ຄອມມູນິດ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ​​​ເພື່ອຮັບ​ເອົາຄຳ​ເຫັນຂອງ​ພະນັກງານ, ຄູ​ອາຈານ, ນັກ​ປັນຍາ​ຊົນ ​ແລະ ນັກ​ສຶກສາປະກອບ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12ຂອງ​ພັກ. ບັນດາ​ບັນຫາ​ທີ່​ຜູ້​ແທນ​ຫລາຍ​ຄົນ​ສົນໃຈ​ນັ້ນແມ່ນ: ປັບປຸງ​ການ​ສຶກສາ, ​ເພີ່ມ​ຄ່າ​​ໂຮງຮຽນ ​ແລະ ​ແນະນຳ​ດ້ານ​ວິ​ຊີບ​ໃຫ້​ນັກຮຽນ, ນັກ​ສຶກສາ. ບັນດາ​ຜູ້​ແທນ​​ໄດ້ປະກອບ​ຄຳ​ເຫັນ, ​ສະ​ເໜີ​ປັບປຸງ​ບາງ​ບັນຫາ​ເຊັ່ນ: ປະຕິ​ຮູບ​ການ​ສຶກສາ​ ​ແລະ ບຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ; ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ; ປະຕິບັດ​ນະ​ໂຍບ​າຍສັງຄົມ, ບັນດາ​ບັນຫາ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ. ພິ​ເສດ, ມີຫລາຍ​ຄຳ​ເຫັນ​​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ນັກ​ສຶກສາ​ຫາ​ກໍ​ໍ່ຮຽນຈົບ, ການດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າສາ​ມາດ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງການ​ສຶກສາ​ອົບຮົມຄຸນສົມບັດ​ວິຖີຊີວິດ ​ແລະ ປະຫວັດ​ສາດ​ໃຫ້​ພວກ​ນ້ອງເຍົາວະ​ຊົນ, ອະນຸຊົນ.

ຂ່າວ/ບົດ​ອື່ນ