ສູນກາງຄະນະຊາວໜຸ່ມພົບປະສັງສັນກັບຊາວໜຸ່ມ, ເຍົາວະຊົນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊົນເຜົ່າສ່ວນໜ້ອຍ

(VOVWORLD) - ຕອນບ່າຍວັນທີ 2 ທັນວາ, ທີ່ຮ່າໂນ້ຍ, ການນຳສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ພົບປະສັງສັນກັບຜູ້ແທນຊາວໜຸ່ມ 45 ຄົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊົນເຜົ່າສ່ວນໜ້ອຍທົ່ວປະເທດຄັ້ງທີ 2. 

ທີ່ການພົບປະສັງສັນ, ບັນດາຜູ້ແທນຊາວໜຸ່ມຊົນເຜົ່າສ່ວນໜ້ອຍໄດ້ແບ່ງປັນວຽກງານ ແລະ ບັນດາຜົນງານອຸທິດສ່ວນໃຫ້ປະເທດໃນຊຸມປີຜ່ານມາ, ພ້ອມທັງສະເໜີຄວາມມຸ່ງມາດປາດຖະໜາຕໍ່ພັກ, ລັດ.

ສູນກາງຄະນະຊາວໜຸ່ມພົບປະສັງສັນກັບຊາວໜຸ່ມ, ເຍົາວະຊົນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊົນເຜົ່າສ່ວນໜ້ອຍ - ảnh 1 ຜູ້ແທນຊາວໜຸ່ມດີເລີດໄດ້ຮັບໃບຍ້ອງຍໍ (ພາບ: nhandan.com.vn)

        ກ່າວຄຳເຫັນທີ່ພິທີພົບປະສັງສັນ, ອ້າຍ ຫງວຽນແອງຕ໊ວນ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຢືນຢັນວ່າ: ສູນກາງຄະນະຊາວໜຸ່ມຈະຮ່ວມເດີນທາງພ້ອມກັບຊາວໜຸ່ມຊົນເຜົ່າສ່ວນໜ້ອຍກໍ່ຮ່າງສ້າງຕົວ, ສ້າງອາຊີບ, ພັດທະນາເສດຖະກິດຢູ່ທ້ອງຖິ່ນ. ອ້າຍ ຫງວຽນແອງຕ໊ວນ ເຊື່ອໝັ້ນວ່າ: ບັນດາຊາວໜຸ່ມຊົນເຜົ່າສ່ວນໜ້ອຍ ພ້ອມກັບພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ ຈະສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນພັດທະນາເສດຖະກິດ, ສັງຄົມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ສະມາຄົມ ກໍ່ຄືບັນດາການເຄື່ອນໄຫວລວມໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ