ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ປຸກລະດົມ ບຸນເຕັດປູກຕົ້ນໄມ້ຢູ່ເຂດສຸສານພົນເອກຫວໍງວຽນຢາບ

ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ປຸກລະດົມ ບຸນເຕັດປູກຕົ້ນໄມ້ຢູ່ເຂດສຸສານພົນເອກຫວໍງວຽນຢາບ - ảnh 1
(ບຸນ​ເຕັດ​ປູກ​ຕົ້ນ​ໄມ້​ຢູ່​ເຂດ​ສຸສານ​ພົນ​ເອກ​ຫວໍ​ງວຽນຢາ​ບ)

(vovworld) – ວັນ​ທີ 26/02, ຢູ່​ເຂດ​ສຸສານພົນ​ເອກ​ຫວໍ​ງວຽນຢາ​ບ (ຫວູ້ຈ່ວາ - ​ເກາ​ະ ອ໋ຽນ, ຕາ​ແສງ ກວາງ​ດົງ, ກວາງ​ແຈກ, ກວາງ​ບິ່ງ), ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ປຸກລະດົມ​ “ບຸນ​ເຕັດ​ປູກ​ຕົ້ນ​ໄມ້ສະ​ແດງ​ຄວາມຮູ້​ບູນຄຸນ​ຕໍ່​ປະທາ​ນ​ໂຮ່ຈິ​ມິນ ລະດູບານ​ໃໝ່​ປີ​ມະ​ແມ 2015”. ທີ່​ພິທີ, ທ່ານ ຫງວຽນ​ດັກ​ວິ​ງ, ​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ ສະ​ເໜີ​ຄະ​ນະ​ຊາວ​ໜຸ່ມທຸກ​ຂັ້ນ, ສະມາຊິກ​ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຈັນບານ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປູກ​ຕົ້ນ​ໄ​ມ້, ປູກ​ປ່າ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ… ພາຍຫຼັງ​ພິທີ​ປຸກລະດົມ, ບັນດາ​ຜູ້​ແທນ​ໄດ້​ປູກ​ຕົ້ນ​ໄມ້ 120 ຕົ້ນຢູ່​ລຽບຕາມ​ເສັ້ນທາງ​ໄປຍັງ​ເຂດ​ສຸສານພົນ​ເອກ​ຫວໍ​ງວຽນຢາ​ບ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ເຂດ​ປູຊະນີຍະ​ສະຖານ ຈວງ​ບົ່ນ, ​ເມືອງ​​ໂດ​ເລືອ​ງ, ​ແຂວງ​ເງັ້ອານ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ ​ໄດ້​ປຸກລະດົມ​ບຸນ​ເຕັດ​ປູກ​ຕົ້ນ​ໄມ້ ປີ​ມະ​ແມ 2015, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ຊາວ​ໜຸ່ມ​ ​ແລະ ປະຊາຊົນ​ບັນດາ​​ເຜົ່າ​ໃນ​ແຂວງນັບ​ພັນ​ໆຄົນ.

ຂ່າວ/ບົດ​ອື່ນ