ສູນກາງຊາວໜຸ່ມປຸກລະດົມບຸນເຕັດປູກຕົ້ນໄມ້ປົກປັກຮັກສາສິ່ງແວດລ້ອມ

ສູນກາງຊາວໜຸ່ມປຸກລະດົມບຸນເຕັດປູກຕົ້ນໄມ້ປົກປັກຮັກສາສິ່ງແວດລ້ອມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 9/2, ຢູ່​ເທດສະບານ​ຕາ​ແສງ ຈີ໋ລີງ, ​ແຂ​ວງ ຫາຍ​ເຢືອງ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ປຸກລະດົມ​ບຸນ​ເຕັດ​ປູກ​ຕົ້ນ​ໄມ້​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ ລະ​ດູ​ບານ​ໃໝ່​ປີ​ມະ​ເມ​ຍ 2014. ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ປະ​ທານ ​ໂຮ່ຈີ​ມິນ “​ເພື່ອ​ຜົນ​ປະ​ໂຫຍ​ດ​ໃນ​​ໄລຍະ 10 ປີ​ຕ້ອງ​ປູກ​ຕົ້ນ​ໄມ້, ​ເພື່ອ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ 100 ປີ​​ແມ່ນຕ້ອງບຳລຸງ​ສ້າງ​ມະນຸດ”, ​ໄວ​ໜຸ່ມ ຫວຽດນາມ ຕັ້ງໜ້າ​ຕອບ​ສະໜອງ​ຂະ​ບວນການ “ບຸນ​ເຕັດ​ປູກ​ຕົ້ນ​ໄມ້” ​ໃນ​ໂອກາດ​ບຸນ​ເຕັດ, ລະດູບານ​​ໃໝ່​ວຽນມາ. ທີ່​ພິທີ, ທ່ານ​ເລຂາ​ຜູ້​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜູ່ມ ຫງວຽນ​ດັກ​ວີ​ງ ສະ​ເໜີ​ໃຫ້​ຄະນະ​ຊາວ​ໜຸ່ມ​ທຸກ​ຂັ້ນ, ສະມາຊິກ​ຄະນະ​ຊາວ​ໜຸ່ມ, ​ເຍົາວະ​ຊົນ, ອະນຸຊົນ​ໃນ​ທົ່ວ​ປະ​ເທດ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ປະຈັນບານ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປູກ​ຕົ້ນ​ໄມ້​ປູກ​ປ່າ, ປົກ​ປັກ​ຮັກສາ​ສິ່ງ​ແວດລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເພື່​ອຜົນ​ປະ​ໂຫຍ​ດຂອງ​ວົງ​ຄະນະ​ຍາດ ​ແລະ ຕົນ​ເອງ, ສະມາຊິກ​ຊາວ​ໜຸ່ມ, ​ເຍົາ​ວະ​ຊົນ, ອະນຸຊົນ​ແຕ່ລະຄົນ​ໃນ​ທົ່ວ​ປະ​ເທດຈົ່ງຕັ້ງໜ້າ​ເຂົ້າ​ຮ່ວມ​ດ້ວຍ​ການ​ກະທຳ​ລະອຽດ​ໃນ​ແຕ່​ລະ​ມື້, ກ່ອນ​ອື່ນ​ໝົດ​ແມ່ນ​ປູກ​ຕົ້ນ​ໄມ້, ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປັກ​ຮັກສາ​ຕົ້ນ​ໄມ້​ຢູ່​ອົງການ, ຫົວໜ່ວຍ, ​ໂຮງຮຽນ, ຢູ່​ສະຖານ​ທີ່​ເຮັດ​ວຽກ​ຂອງ​ຕົນ. ​ເພື່ອນ ຫງວຽນ​ຮ່ວຽນ, ນັກ​ຮຽນ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຈີ໋ລີງ, ຫາຍ​ເຢືອງ, ​ໃຫ້​ຮູ້​ວ່າ:

    “​​ໂດຍແມ່ນ​ນັກ​ຮຽນ, ​ແມ່ນ​ສະມາຊິກ​ຊາວ​ໜຸ່ມຄົນ​ໜຶ່ງ, ນ້ອງ​ຮູ້ສຶກ​ວ່າການ​ປູກ​ຕົ້ນ​ໄມ້​ແມ່ນ​ວຽກ​ງານ​ມີ​ຄວາມ​ໝາຍ​ທີ່​ສຸດ. ພາຍຫຼັງ​ພິທີ​ປຸກລະດົມ​ນີ້, ນ້ອງ​ຈະ​ປູກ​ຕົ້ນ​ໄມ້​ຫຼາຍ​ຕົ້ນ​ກ່ວາ, ຫົດ​ນ້ຳ ​ແລະ ​ເຮັດ​ວຽກ​ງານ​ຫຼາຍ​ຢ່າງ​ເພື່ອຮັກສາສິ່ງ​ແວດ​ລ້ອມ.”

    ພາຍຫຼັງ​ພິທີ​ປຸກລະດົມ, ບັນດາ​ຊາວ​ໜຸ່ມ​ອາ​ສາ​ສະໝັກ ​ແລະ ສະມາຊິກ​ຊາວ​ໜຸ່ມ​ເມືອງ ຈີ໋ລີງ, ​ແຂວງ ຫາຍ​ເຢືອງ ​ເຄື່ອນ​ໄຫວ​​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ​ຢູ່​ຖະໜົນ​ສາຍ​ຕ່າງໆ, ປູກ​ຕົ້ນ​ໄມ້ 150.000 ຕົ້ນ​ໃນ​​​ເທດສະບານ​ຕາ​​ແສງ ຈີ໋ລີງ.

ຂ່າວ/ບົດ​ອື່ນ