ສູນກາງແນວໂຮມປະເທດຊາດ ແລະ ຄະນະກຳມະການຊົນເຜົ່າ ເພີ່ມທະວິການສົມທົບວຽກງານ

ສູນກາງແນວໂຮມປະເທດຊາດ ແລະ ຄະນະກຳມະການຊົນເຜົ່າ ເພີ່ມທະວິການສົມທົບວຽກງານ  - ảnh 1
ພິທີ​ລົງ​ນາມ​ໃນ​ໂຄງການ​ສົມທົບ​ວຽກ​ງານ​ລະຫວ່າງ ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ​ກຳມະການ​ຊົນ​ເຜົ່າ ​ໄລຍະ 2012-2016
(ພາບ: baomoi.com)


Vovworld- ພິທີ​ລົງ​ນາມ​ໃນ​ໂຄງການ​ສົມທົບ​ວຽກ​ງານ​ລະຫວ່າງ ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ​ກຳມະການ​ຊົນ​ເຜົ່າ ​ໄລຍະ 2012-2016 ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 17/4 ຢູ່​ຮ່າ​ໂນ້ຍ ​ແນ​ໃສ່​ສົມທົບ​ກັນ​ໂຄສະນາ, ຂົນຂວາຍ​ພໍ່​​ແມ່ປະຊາຊົ​ນບັນດາ​ເຜົ່າ​ປະຕິບັດ​ຕາມ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍ​ບາຍ ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ທີ່​ມີ​ຕໍ່​ເຂດປະຊາຊົ​ນບັນດາ​ເຜົ່າສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ, ຈັດ​ຕັ້ງ​ບັນດາ​ບັ້ນ​ຂົນຂວາຍ, ຂະ​ບວນການ​ຮັກ​ຊາດ. ພ້ອມ​ກັນ​ນັ້ນ​ກໍ​ຂົນຂວາຍປະຊາຊົ​ນບັນດາ​ເຜົ່າ​ສາມັກຄີ​ຊ່ວຍ​ເຫຼືອ​ກັນ​ເພື່ອ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ຊີວິດ​ວັດທະ ນະທຳ, ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ, ຄວາມ​ເປັນ​ລະບຽບ ຮຽບຮ້ອຍ​ທາງ​ສັງຄົມ... ທີ່​ພິທີ​ລົງ​ນາມ, ທ່ານ  Giang Seo Phu ປະ​ທານ​ຄະນະ​ກຳມະການ​ຊົນ​ເຜົ່າ​ຊີ້​ແຈງ​ວ່າ : 

    “ ​ໂດຍ​ຜ່ານ​ວຽກ​ງານ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ສ່ອງ​ແສງ​ຄວາມ​ມຸ່ງມາດ​ປາດ​ທະ​ໜາ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ເຂດ ປະຊາຊົ​ນ ບັນດາ​ເຜົ່າ, 2 ຝ່າຍ​ຕ້ອງ​ມີ​ການ​ປະສານ​ສົມທົບກັນ​ເພື່​ອ​ແກ້​ໄຂ ​ແລະ ສ່ອງ​ແສງ​ຢ່າງ​ເຕັມ​ສ່ວນ​ເຖິງ​ບັນດາ​ອົງການ​ທີ່​ມີ​ສິດ​ອຳນາດ​ຂອງ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງຢ່າງ​ມີ​ປະສິດທິ​ຜົນ ”

ຂ່າວ/ບົດ​ອື່ນ