ສູນການຄ້າ Westgate ຢູ່ນະຄອນຫຼວງ Nairobi-Kenya ໄດ້ຮັບການຄວບຄຸມ

 ສູນການຄ້າ Westgate ຢູ່ນະຄອນຫຼວງ Nairobi-Kenya ໄດ້ຮັບການຄວບຄຸມ - ảnh 1

(ພາບ: vov.vn)

(vovworld)-​​​​ ​ ​ ວັນ​ທີ 23/9, ກະຊວງ​ພາຍ​ໃນ Kenya ​ໃຫ້​ຮູ້​ວ່າ: ກອງທັບ​ປະ​ເທດ​ນີ້​ໄດ້ຄວບ​ຄຸມ​ສູນ​ການ​ຄ້າ Westgate ຢູ່​ນະຄອນຫຼວງ Nairobi ​ແລະ ກູ້ເອົາຕົວ​ປະກັນ​​ທຸກ​ຄົນ ຈາກ​ບັນດາ​ມື​ປືນ​ຊາວ​ມຸດ​ຊະ​ລິ​ມ. ກ່ອນ​ໜ້ານັ້ນ, ບັນດາ​ກຳລັງປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ດັບ​ສູນ​ພາກສ່ວນ​ກໍ່​ການ​ຮ້າຍ 3 ຄົນ ​ແລະ ​ເຮັດ​ໃຫ້​ຫຼາຍ​ຄົນ​ ​ໃນ​ຈຳນວນມື​ປືນ​ແຕ່ 10-15 ຄົນ​ຂອງ​ກຸ່ມ​ທະຫານ​ກະບົດ Al-Shabaab ຢູ່​ສູນ​ການ​ຄ້າ Westgate ​ຖືກ​ບາດ​ເຈັບ. ຕຳຫຼວດ​ກໍ່​ໄດ້​ຈັບຕົວ​ເປົ້າໝາຍຖືກ​ສົງ​ໃສ 10 ຄົນ​ເພື່ອ​ສໍ້​ຖາມ. ບາງ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ: ກຳລັງ​ຂອງ​ອິດສະ​ລາ​ແອນ ພ້ອມ​ກັບ​ບັນດາ​ພາລະ​ກອນ​ລັບ​ຂອງ​ອັງ​ກິດ ​ແລະ ອາ​ເມ​ລິ​ກາ ກໍ່​ໄດ້​ເຂົ້າຮ່ວມ​ບັ້ນຮົບ​ດັ່ງກ່າວ ​ແຕ່​ບໍ່​ທັນ​ມີ​ຕົວ​ເລກ​ລະອຽດ​ກ່ຽວ​ກັບຈຳນວນຕົວ​ປະກັນ​ໄດ້​ຮັບ​ການ​ກູ້​ເອົາ​ຊີວິດ​​ເທື່ອ.

   ​​ເຫດການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ແນ​ໃສ່​ສູນ​ການ​ຄ້າ Westgate ​ໄດ້​ເຮັດ​ໃຫ້ 63 ຄົນ​ເສຍ​ຊີວິດ ​ແລະ ອີກປະມານ 200 ຄົນ​ຖືກ​ບາດ​ເຈັບ ພ້ອມ​ກັບ​ນັກຮົບ Kenya ຢ່າງ​ໜ້ອຍ​ສຸດ 11 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຄັ້ງຕ່າງໆ​ເມື່ອວັນ​ທີ 23/9. ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ​ມີ​ພົນລະ​ເມືອງ​ຕ່າງປະ​ເທດ​ຫຼາຍ​ຄົນ.

ຂ່າວ/ບົດ​ອື່ນ