​ສິນ​ຄ້າ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ສະ​ຫະ​ພັນ ລັ​ດ​ເຊຍ

(VOVWORLD) -ຕາມຂະແໜງການພາສີ ຫວຽດນາມ ແລ້ວ, ຍອດວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ໃນ 11 ເດືອນປີ 2021 ບັນລຸໄດ້ເກືອບ 5 ຕື້ USD, ເພີ່ມຂຶ້ນກ່ວາ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020.

​ສິນ​ຄ້າ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ສະ​ຫະ​ພັນ ລັ​ດ​ເຊຍ - ảnh 1ພາບປະກອບ: TTXVN

ບັນດາ ປະເພດສິນຄ້າ ທີ່ມີອັດຕາສ່ວນໃຫຍ່ທີ່ສຸດໃນການສົ່ງອອກຂອງ ຫວຽດນາມ ໄປຍັງ ສະຫະພັນລັດເຊຍ ລວມມີ: ໂທລະສັບຊະນິດຕ່າງໆ, ແລະ ເຄື່ອງອາໄຫຼ່, ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່, ສິນຄ້າຕ່ຳແຜ່ນຕັດຫຍິບ. ປັດຈຸບັນ, ຫວຽດນາມ ພວມຮັກສາລະດັບທີ 1 ກ່ຽວກັບວົງເງິນການຄ້າກັບ ລັດເຊຍ ໃນຈຳນວນບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ