ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

(VOVWORLD) - ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ  UAE.
ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE - ảnh 12 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ
(ພາບ: moit.gov.vn)

        ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ວັນທີ 05 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນໂດຍທ່ານລັດຖະມົນຕີຜູ້ຮັບຜິດຊອບການຄ້າຕ່າງປະເທດຂອງກະຊວງເສດຖະກິດບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE) Thani bin Ahmed Al Zeyoudi ນຳໜ້າ, ໄດ້ໄປ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດ.

        ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ  UAE. ທີ່ການເຮັດວຽກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ໄດ້ສະເໜີໃຫ້ຊຸກຍູ້ການເຈລະຈາສັນຍາ CEPA ຫວຽດນາມ - UAE. ເປັນເອກະພາບບາງເນື້ອໃນສຳຄັນໂດຍໄວ ເພື່ອມານະພະຍາຍາມກ້າວໄປເຖິງເປົ້າໝາຍລົງນາມໃນເອກະສານຢ່າງໄວເທົ່າທີ່ໄວໄດ້, ນຳມາເຊິ່ງກາລະໂອກາດ ແລະ ປະສິດທິຜົນຢ່າງແທດຈິງໃຫ້ແກ່ວິສາຫະກິດ 2 ປະເທດ. ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດ UAE ຄົ້ນຄວ້າ, ລົງທຶນໃສ່ບາງຂົງເຂດຢູ່ ຫວຽດນາມ, ຄື: ພະລັງງານທົດແທນ; ພະລັງງານສະອາດ; ອຸດສາຫະກຳເຄມີ; ກໍ່ສ້າງເຂດອຸດສາຫະກຳຢູ່ບາງເຂດເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງ ຫວຽດນາມ…

        ສ່ວນທ່ານ Thani bin Ahmed Al ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ; UAE ພ້ອມແລ້ວທີ່ຈະສົມທົບກັບ ຫວຽດນາມ ເພື່ອຊຸກຍູ້ວິວັດການເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາ CEPA ໃຫ້ສຳເລັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ