ສັນຍາ CPTPP - ກາລະໂອກາດ ແລະ ສິ່ງທ້າທາຍສຳລັບວິສາຫະກິດ ຫວຽດນາມ

(VOVWORLD) - ກອງປະຊຸມສຳມະນາໂດຍສະຖາບັນຄົ້ນຄວ້າຍຸດທະສາດເຄື່ອງໝາຍການຄ້າ ແລະ ແກ່ງແຍ້ງໄດ້ສົມທົບກັບວາລະສານສື່ເອເລັກໂຕນິກນັກທຸລະກິດ ຫວຽດນາມ ຈັດຕັ້ງ ເພື່ອແນໃສ່ເຮັດແຈ້ງບາງເນື້ອໃນໝັ້ນໝາຍໂດຍພື້ນຖານ
ສັນຍາ CPTPP - ກາລະໂອກາດ ແລະ ສິ່ງທ້າທາຍສຳລັບວິສາຫະກິດ ຫວຽດນາມ - ảnh 1ກອງປະຊຸມສຳມະນາກ່ຽວກັບ CPTPP

ຕອນເຊົ້າວັນທີ 28 ພະຈິກ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາ “ສັນຍາຄູ່ຮ່ວມມືຮ້ອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) - ກາລະໂອກາດ ແລະ ສິ່ງທ້າທາຍສຳລັບວິສາຫະກິດ ຫວຽດນາມ”. ກອງປະຊຸມສຳມະນາໂດຍສະຖາບັນຄົ້ນຄວ້າຍຸດທະສາດເຄື່ອງໝາຍການຄ້າ ແລະ ແກ່ງແຍ້ງໄດ້ສົມທົບກັບວາລະສານສື່ເອເລັກໂຕນິກນັກທຸລະກິດ ຫວຽດນາມ ຈັດຕັ້ງ ເພື່ອແນໃສ່ເຮັດແຈ້ງບາງເນື້ອໃນໝັ້ນໝາຍໂດຍພື້ນຖານ ແລະ ຄວາມໝາຍຂອງ CPTPP ສຳລັບປະຊາຄົມວິສາຫະກິດ ຫວຽດນາມ. ທ່ານຫງວຽນວັນນາມ, ປະທານສະພາສະຖາບັນຄົ້ນຄວ້າຍຸດທະສາດເຄື່ອງໝາຍການຄ້າ ແລະ ແກ່ງແຍ້ງຖືວ່າ: ເພື່ອນຳໃຊ້ບັນດາທ່າໄດ້ປຽບຂອງສັນຍາ CPTPP, ບັນດາວິສາຫະກິດຕ້ອງເປັນເຈົ້າການປ່ຽນແປງຈິນຕະນາການໃນການຄຸ້ມຄອງ ແລະ ດຳເນີນທຸລະກິດ. ທ່ານກ່າວວ່າ:

        ການໄຈ້ແຍກຂອງບັນດານັກຊ່ຽວຊານຕ່າງປະເທດ ລ້ວນແຕ່ຖືວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີກາລະໂອກາດຫລາຍທີ່ສຸດໃນ 11 ປະເທດສະມາຊິກ. ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບກາລະໂອກາດນັ້ນ ສິ່ງທ້າທາຍກໍ່ໃຫຍ່ຫຼວງຢູ່. ບັນດາສິ່ງທ້າທາຍບັນຈຸໃນລະບອບລະບຽບການ, ນະໂຍບາຍ; ລະດັບຄວາມຮູ້ຍັງຜິດດ່ຽງກັນ. ຄັ້ງນີ້, ພວກເຮົາຕ້ອງມີບາດກ້າວເດີນ. ບໍ່ພຽງແຕ່ລັດຖະບານເທົ່ານັ້ນ ຫາກຍັງແມ່ນວິສາຫະກິດອີກດ້ວຍ, ວິສາຫະກິດບໍ່ປະຕິບັດຈະບໍ່ປະສົບຜົນສຳເລັດ. ບົດບາດຂອງວິສາຫະກິດໃນການເຊື່ອມໂຍງ, ພັດທະນາເສດຖະກິດແມ່ນໃຫຍ່ຫລວງ, ສຳຄັນ.

        ບັນດາຜູ້ແທນກໍ່ຖືວ່າ: CPTPP ສືບຕໍ່ສ້າງກຳລັງໜູນໃຫ້ແກ່ ຫວຽດນາມ ຊຸກຍູ້ວິວັດການເຊື່ອມໂຍງເປີດປະຕູຕະຫລາດ, ພັດທະນາການລົງທຶນ, ເປີດກ້ວາງການພົວພັນການຄ້າເສລີກັບຫລາຍປະເທດໃນພາກພື້ນ ແລະ ໂລກກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ