ສັນຍາ EVFTA: ກາລະໂອກາດເພີ່ມທະວີການພົວພັນຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນກັບ ເອີຣົບ

(VOVWORLD) - ວັນທີ 02 ສິງຫາ, ທີ່ນະຄອນ ຫວູງເຕົາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບາເຣຍ - ຫວູງເຕົາ ແລະ ສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (EuroCham) ຈັດຕັ້ງກອງປະຊຸມສຳມະນາ “ສັນຍາ EVFTA: ກາລະໂອກາດເພີ່ມທະວີການພົວພັນຄູ່ຮ່ວມມືການຄ້າ ແລະ ການລົງທຶນລະຫວ່າງ ບາເຣຍ - ຫວູງເຕົາ ແລະ ເອີຣົບ”.
ສັນຍາ EVFTA: ກາລະໂອກາດເພີ່ມທະວີການພົວພັນຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນກັບ ເອີຣົບ - ảnh 1 ທີ່ກອງປະຊຸມສຳມະນາ (ພາບ: TTXVN)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ (EVIPA) ໄດ້ລົງນາມໃນວັນທີ 30 ມິຖຸນາ ຜ່ານມາ ໄດ້ເປີດການຮ່ວມມືໃໝ່ຢ່າງກ້ວາງຂວາງ, ຮອບດ້ານ ແລະ ພັດທະນາແຮງກ່ວາລະຫວ່າງ ຫວຽດນາມ ແລະ ອີຢູ, ຕອບສະໜອງຄວາມຕ້ອງການຂອງບັນດາທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນຂອງ 2 ຝ່າຍ. ກອງປະຊຸມສຳມະນາແມ່ນກາລະໂອກາດທີ່ດີ, ມີປະໂຫຍດ ເພື່ອໃຫ້ 2 ຝ່າຍແບ່ງປັນຂໍ້ມູນຂ່າວສານ, ຕີລາຄາກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ໄດ້ວາງອອກຈາກວິວັດການຜັນຂະຫຍາຍສັນຍາ 2 ສະບັບດັ່ງກ່າວ, ເປັນຕົ້ນແມ່ນສັນຍາ EVFTA - ແມ່ນໜຶ່ງໃນບັນດາສັນຍາການຄ້າເສລີໃໝ່ ດ້ວຍລະດັບຄຳໝັ້ນສັນຍາຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານທຳອິດ ເຊິ່ງປະເທດເຮົາຜັນຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ