ສັນ​ຍາ EVFTA ມີ​ຜົນ​ສັກ​ສິດ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາເປັນ​ຕົ້ນ​ໄປ

(VOVWORLD) -ຖະແຫຼງການຂອງຄະນະກຳມະການເອີລົບໄດ້ຢັ້ງຢືນວ່າ ສັນຍາການຄ້າເສລີສະຫະພາບເອີລົບ(EU) - ຫວຽດນາມ (EVFTA) ເຊິ່ງແມ່ນສັນຍາການຄ້າຮອບດ້ານທີ່ສຸດ ໂດຍ EU ໄດ້ເຊັນກັບປະເທດກຳລັງພັດທະນານັ້ນ ແມ່ນມີຜົນສັກສິດນັບແຕ່ວັນທີ 1 ສິງຫາເປັນຕົ້ນໄປ.
ສັນ​ຍາ EVFTA ມີ​ຜົນ​ສັກ​ສິດ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາເປັນ​ຕົ້ນ​ໄປ - ảnh 1ພາບປະກອບ: VGP 

ໃນແຈ້ງການທີ່ໄດ້ປະກາດໃນວັນທີ 31 ກໍລະກົດ, ທ່ານນາງປະທານຄະນະກຳມະການເອີລົບ  Ursula von der leyen ໃຫ້ຮູ້ວ່າ ປັດຈຸບັນ ເສດຖະກິດເອີລົບພວມຕ້ອງການທຸກກາລະໂອກາດເພື່ອຟື້ນຟູກຳລັງແຮງພາຍຫຼັງວິກິດການຈາກໂລກລະບາດ Covid – 19. ສັນຍາການຄ້າສະບັບຕ່າງໆ, ຕົວຢ່າງຄື: ສັນຍາທີ່ມີຜົນສັກສິດກັບຫວຽດນາມໃນວັນທີ 1 ສິງຫານັ້ນ, ຈະນຳມາໃຫ້ບັນດາບໍລິສັດຂອງເອີລົບກ່ຽວກັບກາລະໂອກາດໄດ້ແຊກຊຶມກັບຕະຫຼາດທີ່ຫາກໍ່ພົ້ນເດັ່ນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວເອີລົບ.

        ຕາມນັ້ນແລ້ວ, ບັນດາປະເພດສິນຄ້າຕົ້ນຕໍຂອງຫວຽດນາມຈະໄດ້ຮັບຜົນປະໂຫຍດຈາກສັນຍາສະບັບນີ້. ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມແລ້ວ, ການສົ່ງອອກສິນໃນນ້ຳຈາກຫວຽດນາມ ໄປຍັງ EU ພວມຢືນຢູ່ຕໍ່ໜ້າກາລະໂອກາດອັນໃຫຍ່ຫຼວງ, ເມືື່ອວິສາຫະກິດສາມາດແຊກຊຶມເຂົ້າກັບຕະຫຼາດຈຳໜ່າຍສິນໃນນ້ຳຂະໜາດໃຫຍ່ ດ້ວຍລະດັບການບໍລິໂພກສະເລ່ຍບັນລຸ 22,03 ກິໂລກຼາມ/ຄົນ, ສູງກ່ວາ 5,34 ກິໂລກຼາມເມື່ອທຽບໃສ່ລະດັບສະເລ່ຍຂອງໂລກ.

        ພ້ອມກັນນັ້ນ, ສັນຍາ EVFTA ຈະແມ່ນສັນຍາທີ່ມີຜົນກະທົບຢ່າງແຮງທີ່ສຸດ, ສ້າງບາດລ້ຽວໃຫຍ່ກ່ຽວກັບໂຄງປະກອບຕະຫຼາດໃຫ້ແກ່ສິນຄ້າປະເພດ ກຸ້ງຂອງຫວຽດນາມ.

        ສຳລັບຂະແໜງໄມ້, ປັດຈຸບັນ EU ແມ່ນຕະຫຼາດນຳເຂົ້າຜະລິດຕະພັນໄມ້ໃຫຍ່ອັນດັບທີ 2 ໃນໂລກ, ເຖິງວ່າ ຫວຽດນາມ ແມ່ນ 1 ໃນຈຳນວນ 5 ປະເທດ ປຸງແຕ່ງ, ສົ່ງອອກໄມ້ຢ່າງຫຼວງຫຼາຍທີ່ສຸດກໍ່ຕາມ ແຕ່ວົງເງິນສົ່ງອອກໄປຍັງ EU ຍັງຖືກຈຳກັດຢູ່, ກວມເອົາພຽງແຕ່ກ່ວາ 1% ຂອງຄວາມຕ້ອງການນຳເຂົ້າຜະລິດຕະພັນໄມ້ທັງໝົດ ໃນແຕ່ລະປີຂອງຕະຫຼາດເອີລົບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ