ສັນ​ຍາ EVFTA ສິ່ງ​ທີ່​​ວິສາ​ຫະ​ກິດ​ຕ້ອງຮັບ​ຮູ້

(VOVWORLD) -  ເພື່ອແນໃສ່ອັບເດດສະພາບການປະຕິບັດສັນຍາ EVFTA ຈາກທັງຝ່າຍວິສາຫະກິດ ແລະ ຝ່າຍລັດຖະບານ ພາຍຫຼັງທີ່ມີຜົນສັກສິດມາເປັນເວລາ 2 ເດືອນ, ຕອນເຊົ້າວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) - ບັນດາສິ່ງທີ່ວິສາຫະກິດຕ້ອງຮັບຮູ້”.
ສັນ​ຍາ EVFTA ສິ່ງ​ທີ່​​ວິສາ​ຫະ​ກິດ​ຕ້ອງຮັບ​ຮູ້ - ảnh 1ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) - ບັນດາສິ່ງທີ່ວິສາຫະກິດຕ້ອງຮັບຮູ້” (ພາບ: TTXVN) 

ຕາມຕົວເລກຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລ້ວ, ພຽງແຕ່ໃນເດືອນທຳອິດປະຕິບັດ EVFTA, ສິນຄ້າສົ່ງອອກໄປຍັງ EU ບັນລຸໄດ້ວົງເງິນ 277 ລ້ານ USD. ພ້ອມກັນນັ້ນ, ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ເລີ່ມມີສັນຍານດີຂຶ້ນ. ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        ດ້ວຍຄວາມປາດຖະໜາຢາກຊ່ວຍໃຫ້ບັນດາວິສາຫະກິດຫຼຸດຜ່ອນຄວາມຫຍຸ້ງຍາກໃນວິວັດແຫ່ງການໄປຊອກຫາບັນດາຄຳໝັ້ນສັນຍາຫຼັກແຫຼ່ງທີ່ສຸດກ່ຽວກັບສັນຍາ EVFTA, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ດຳເນີນການຮຽບຮຽງຄູ່ມືແນະນຳວິສາຫະກິດ ກ່ຽວກັບ EVFTA. ຄູ່ມືນີ້ລວມມີ ນັກຊ່ຽວຊານຫຼາຍຄົນຮຽບຮຽງບໍ່ພຽງແຕ່ອີງຕາມບັນດາຄວາມຮູ້ລົງເລິກເທົ່ານັ້ນ ຫາກນັບທັງບັນດາບົດຮຽນປະສົບການທີ່ອຸດົມສົມບູນໃນວິວັດການປຶກສາຂອງວິສາຫະກິດ FTA ເວົ້າລວມໃນຫຼາຍປີທີ່ຜ່ານມາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ