ສັນຍາ ປາຣີ ປີ 1973 - ໄຊຊະນະຂອງ ຫວຽດນາມ ໃນສາມແນວຮົບ

ສັນຍາ ປາຣີ ປີ 1973 - ໄຊຊະນະຂອງ ຫວຽດນາມ ໃນສາມແນວຮົບ - ảnh 1
ຄະນະຜູ້ແທນລັດຖະບານ ປະຊາທິປະໄຕ ຫວຽດນາມ ທີ່ພິທີເຊັນສັນຍາ ປາຣີ
ພາບເອກະສານ: ອິນເຕີແນັດ

(vovworld) - ວັນ​ທີ 27/1 ຈະ​ມາ​ເຖິງ, ຫວຽດນາມ ຈັດ​ຕັ້ງ​ພິທີ​ລະນຶກ 40 ປີ ​ແຫ່ງ​ວັນ​​ເຊັນ​ ສັນຍາ ປາຣີ ປີ 1973 ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບ​ຢູ່ ຫວຽດນາມ ຄືນ​ໃຫມ່. 40 ປີ​ໄດ້ຜ່ານ​ໄປ​ແລ້ວ, ​ແຕ່​ເຫດການ​ສຳຄັນ​ນີ້ ຍາມ​ໃດ​ກໍ​ເປັນ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດສາດ ຫວຽດນາມ ນັບ​ທັງ​ສາມ​ແນ​ວຮົບຄື: ການ​ທູດ, ການ​ທະຫານ ​ແລະ ການ​ເມືອງ. ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ​ຝລັ່ງ ​ໄດ້​​ແລກປ່ຽນ​ກັບ​ຜູ້​ຊ່ຽວຊານ​ປະຫວັດສາດ ການ​ທະຫານ ຝລັ່ງ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ ສັນຍາ ປາຣີ ປີ 1973.

        ສັນຍາ ປາຣີ ປີ 1973 ​ໄດ້​ຮັບ​ການ​ລົງ​ນາມ​​ເມື່ອ​ວັນ​ທີ 27/1/1973 ​ໄດ​້ສະຫງວນ​ ໝວດ 1 ​ໃຫ້​ແກ່​ບັນດາ​ສິດ​ອັນ​ເປັນ​ພື້ນຖານ​ຂອງ ຫວຽດນາມ ​ແລະ ຂໍ້​ມາດຕາທີ 9 ໝວດ​ທີ 4 ​ໃຫ້​ແກ່​ການ​ປະຕິບັດ​ສິດ​ຢັບຢັ້ງ​ຂອງ​ປະຊາຊົນພາກ​ໃຕ້ ຫວຽດນາມ. ​ເນື້ອ​ໃນ​ຂອງສັນຍາ ປາຣີ ປີ 1973​ ຕອບ​ສະຫນອງ​ໄດ້​ຄວາມ​ຮຽກຮ້ອງ​​ໂດຍ​ພື້ນຖານ ​ແລະ ຕົ້ນຕໍຂອງ​ປະຊາຊົນ ຫວຽດນາມ ​ນັ້ນແມ່ນ​ຢຸດຕິ​ການ​ແຊກ​ແຊງ​ຂອງ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ຖອນ​ກຳລັງ​ທະຫານທັງ​ໝົດ​ອອກ​ຈາກ​ພາກ​ໃຕ້ ຫວຽດນາມ.

        ທ່ານ Daniel Roussel, ນັກ​ຂ່າວ - ນັກ​ຖ່າຍ​ທຳ​ຟີມຮູບ​ເງົາ​ປະຫວັດສາດ​ຂອງຝລ່ັງ ຜູ້​ພວມ​ຖ່າຍ​ທຳ​ຮູບ​ຟີມຮູບ​ເງົາ​ເອກະສານ​ຕ່າງປະ​ເທດ​ຮູບ​ເງົາທຳ​ອິດ ກ່ຽວ​ກັບ “ສັນຍາ​ປາຣີ” ​ໃຫ້​ຮູ້​ວ່າ: ຍ້ອນ​ການ​ຕໍ່ສູ້​​ເພື່ອ​ຄວາມ​ສັນຕິພາບ​ຂອງ ປະຊາຊົນ ຫວຽດນາມ ​ໄດ້​ເລັ່ງລັດ​ໃຫ້​ທ່ານ​ຖ່າຍທຳ​ຟີມ​ເອກະສານ​ດັ່ງກ່າວ.

        “ນີ້​ແມ່ນ​ເລື່ອງ​ລາວ​ອັນມະຫັດສະຈັນ​ ຕ້ອງ​ມີບັນດາການ​ເຈລະຈາ​ທີ່​ແກ່ຍາວ​​​ເປັນ​ເວລາເກືອບ 5 ປີ, ​ຊື່​ງແມ່ນ​ຫນຶ່ງ​ໃນ​ບັນດາການ​ເຈລະຈາ​​ທີ່ເສຍ​ເວລາ​ຫລາຍ​ສຸດ​ໃນ​ປະຫວັດສາດ.  ​ເລື່ອງ​ລາວ​ອັນ​ມະຫັດສະຈັນ ລະຫວ່າງ​ການ​ຕໍ່ສູ້​ທາງພູມ​ປັນຍາຂອງ​ຄະນະ​ຜູ້​ແທນ​ພາກ​ເຫນືອ ຫວຽດນາມ ກັບ​ຝ່າຍ ອາ​ເມ​ລິ​ກາ ກໍ​ຄື ຄວາມ​ອົງ​ອາດ​ກ້າ​ແກ່ນ, ສະຫລາດ​ສະຫລຽວ​ຂອງ​ຄະນະ​ຜູ້​ແທນ​ພາກ​ໃຕ້ ຫວຽດນາມ ​ນຳໂດຍ​ທ່ານ​ນາງ ຫງວຽນ​ທິບີ່​ນ.”

 

ຂ່າວ/ບົດ​ອື່ນ