ສັນຍາການຄ້າເສລີ - ກຳລັງໜູນທີ່ດີໃຫ້ວິສາຫະກິດ ແລະ ພື້ນຖານ ເສດຖະກິດ

ສັນຍາການຄ້າເສລີ - ກຳລັງໜູນທີ່ດີໃຫ້ວິສາຫະກິດ ແລະ ພື້ນຖານ ເສດຖະກິດ - ảnh 1
(ສັນຍາ​ການ​ຄ້າ​ເສລີ - ກຳລັງ​ໜູນ​ທີ່​ດີ​ໃຫ້​ວິ​ສາ​ຫະກິດ ​ແລະ ພື້ນຖານ​ເສດຖະກິດ)

(vovworld) – ​ເລື່ຶອງຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ ຈະ​ສ້າງ​ກຳລັງ​ໜູນ​ທີ່​ດີ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ວິ​ສາ​ຫະກິດ ​ແລະ ພື້ນຖານ​ເສດຖະກິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຂໍ້​ສັງ​ເກດ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ ທີ່​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີ​ເຕີ​ແນັດ ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ” (FTA), ​ໂດຍ​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ​ຈັດ​ຕັ້ງ​​ໃນ​ຕອນ​ບ່າຍ​ວັນ​ທີ 20/03, ຢູ່​ຮ່າ​ໂນ້ຍ. ຕາມ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລ້ວ, ​ໄລ່​ຮອດທ້າຍ​ປີ 2014, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ສັນຍາ​​ເຂດ​ການ​ຄ້າ​ເສລີ 8 ສະບັບ, ​ໃນ​ນັ້ນ​ມີສັນຍາ FTA ພາກ​ພື້ນ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື 6 ສະບັບ; ສັນຍາ 2 ຝ່າຍ​ກັບ​ຍີ່ປຸ່ນ ​ແລະ ຈີ​ເລ 2 ສະບັບ. ປະຈຸ​ບັນ, ຫວຽດນາມ ພວມ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ 7 ສະບັບ, ​ໃນ​ນັ້ນ​ໜ້າ​ສົນ​ໃຈ​ແມ່ນ​ບາງ​ສັນຍາ​ການ​ຄ້າ​ເສລີ​ຢູ່​ໃນ​ລະດັບ​ເສລີ​ສູງ​ກວ່າ​ຄື ສັນຍາ​ຄູ່​ຮ່ວມ​ມືຂ້າມ​ປາຊີ​ຟິກ (TPP), ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດ​ສາ​ຫະກຳ​ການ​ຄ້າ ​ເຈີ​ນກວກ​ແຄ໋ງ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເລື່ອງ​ເຂົ້າ​ຮ່ວມ​ບັນດາ​ສັນ​ຍາ​ການ​ຄ້າ ​ໄດ້​ມີ​ຜົນ​ສະທ້ອນ​ຢ່າງຕັ້ງ​ໜ້າ​ເຖິງ​ວົງ​ເງິ​ນສົ່ງ​ອອກ, ຊ່ວຍ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸ່​ນ.

        “​ເມື່ອ​ເຂົ້າ​ຮ່ວມ FTA ຫຼາຍ​ສະບັບ, ລັດຖະບານ​ໄດ້​ຊີ​້ນຳ​ການ​ກໍ່ສ້າງ​ຍຸດ​ທະ​ສາດ​ການ​ເຈະລຈາ ​ແລະ ​ເຂົ້າ​ຮ່ວມ FTA. ທຳ​ອິດ​ແມ່ນ​ເລືອກ​ຄູ່​ຮ່ວມ​ມື, ບັນລຸ​ໄດ້ຜົນ​ປະ​ໂຫຍ​ດ​ໃດ, ຍ້ອມ​ຮັບ​ບັນດາ​ສິ່ງທະ​ທ້າຍ​ໃດ. ພິ​ເສດ, ​ເມື່ອ​ເຂົ້າ​ຮ່ວມ​ສັນຍາ FTA ຕ້ອງ​ສ້າງ​ໄດ້​ກຳລັງ​ຊຸກຍູ້ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດ, ບໍ່​ສ້າງ​ຜົນ​ສະທ້ອນ​ກົງກັນຂ້າມ. ພ້ອມ​ທັງ, ຍົກ​ອອກ​ຄວາມ​ຮຽກຮ້ອງ​ຄວບ​ຄຸມ​ລະດັບ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ ຕາມ​ວິວັດທະນາ​ການ. ສະ​ນັ້ນ, ບໍ່ຕ້ອງ​ເປັນຫ່ວງ​ມີ​ການ​ກ້າວ​ກ່າຍ​ກັນ”.


ຂ່າວ/ບົດ​ອື່ນ