ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຈີນ - ຍີ່​ປຸ່​ນ - ສ.ເກົາຫຼີ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ 3 ຝ່າຍ

(VOVWORLD) - ວັນທີ 19 ທັນວາ, ຢູ່ກອງປະຊຸມຖະແຫຼງຂ່າວ ຂອງກະຊວງການຕ່າງປະເທດ ຈີນ, ທ່ານ ຫຼີເຈິ້ງກາງ ຜູ້ຊ່ວຍວຽກຂອງລັດຖະມົນຕີກະຊວງການຄ້າຈີນໃຫ້ຮູ້ວ່າ ການຮັບຮອງເອົາສັນຍາການຄ້າເສລີ ລະຫວ່າງ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ (FTA) ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ 3 ຝ່າຍ

ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຈີນ - ຍີ່​ປຸ່​ນ - ສ.ເກົາຫຼີ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ 3 ຝ່າຍ - ảnh 1 ລັດຖະມົນຕີການຕ່າງປະເທດ 3 ປະເທດ ສ.ເກົາຫຼີ - ຈີນ - ຍີ່ປຸ່ນ ທີ່ກອງປະຊຸມຖະແຫຼງຂ່າວ

(ພາບ: TTXVN)

ຕາມທ່ານ ຫຼີເຈິ້ງກາງແລ້ວ, ທີ່ຮອບເຈລະຈາຄັ້ງຫຼ້າສຸດ ທີ່ໄດ້ດຳເນີນໃນຕົ້ນເດືອນ ຢູ່ ສ.ເກົາຫຼີ, 3ປະເທດລ້ວນແຕ່ຖືວ່າ ໃນສະພາບການເສດຖະກິດໂລກພວມຕ້ອງປະເຊີນໜ້າກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຄືໃນປັດຈຸບັນ, ການສ້າງເຂດການຄ້າເສລີ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ 3 ຝ່າຍ. ທ່ານ ຫຼີເຈິ້ງກາງ ກໍ່ເນັ້ນໜັກວ່າ, ຈີນຖືເປັນສຳຄັນທີ່ສຸດການເຈລະຈາດ້ານການຄ້າເສລີຈີນ - ຍີ່ປຸ່ນ - ສ.ເກົາຫຼີ ແລະ ຫວັງວ່າກອງປະຊຸມສຸດຍອດ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ຈະມາເຖິງຈະປະກອບສ່ວນຍູ້ແຮງວິວັດການເຈລະຈາລະຫວ່າງ ບັນດາຝ່າຍ, ຊ່ວຍການເຈລະຈາບັນລຸໄດ້ບັນດາບາດກ້າວບຸກທະລຸຢ່າງແທດຈິງໂດຍໄວ

ຕອບກັບ

ຂ່າວ/ບົດ​ອື່ນ