ສັນຍາການຄ້າເສລີລະຫວ່າງຫວຽດນາມແລະອີຢູຈະໄດ້ນຳໃຊ້ໃນປີ2018

ສັນຍາການຄ້າເສລີລະຫວ່າງຫວຽດນາມແລະອີຢູຈະໄດ້ນຳໃຊ້ໃນປີ2018 - ảnh 1
(ພາບ​ປະ​ກອບ)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 07/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ຕາງ​ໜ​້າສະ​ຫະ​ພາບ​ເອີ​ລົບ (ອ​ີ​ຢູ) ປະ​ຈຳ​ຫວຽດ​ນາມ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢຸງ ເຖິ​ງ​ຄ​ະ​ນ​ະ​ກຳ​ມະ​ການ​ເອີ​ລົບ, ໃນ​ນັ້ນ​ມີ​ເລືອງ​ສິ້ນ​ສຸດກ​ານ​ເຈ​ລະ​ຈາ​ສັນ​ຍ​າ​ກາ​ນ​ຄ້າ​ເສ​ລີ​ອີຢ​ູ - ຫວຽດ​ນາມ (EVFTA). ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​​ຕາງ​ໜ້າ​ອີ​ຢູ ປະ​ຈຳ​ຫວຽດ​ນາມ Bruno Angelet ໄດ້​ຊີ້​ອອກ 3 ບ​ັນ​ຫາ​ສຳ​ຄັນ​ທີ່​ສຸດ​ໃນ​ສັນ​ຍາ EVFTA, ນັ້ນ​ແ​ມ່ນ: ບັນ​​ຫາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ປັບ​ປຸງ​ດ້ານ​ລະ​ບອບນະ​ໂຍບ​າຍ, ​ອຳ​ນາດນິ​ຕິ​ບັນ​ຍັດ ແລະ ຄວາມ​​ສະ​ຫງົບໃນ​ພາກ​ພື້ນ. EVFTA ຈະ​ມ​ີ​​ວິ​ວັດ​ການ​ຮັບ​ຮອງ​ເ​ອົາ​ກ່ອນ​ທີ່​​ຈະມີຜົນ​​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ, ຄາດ​ຄະ​ເນ​ວ່າ​ໃນ​ປີ 2018. ທ່ານ Bruno Angelet ໃຫ້​ຮູ້​ວ່າ.

      “ພວ​ກ​ຂ້າ​ພະ​ເຈົ້າ​ມີ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສະ​ເພາະ​​ສຳ​ລັບ​​ຫວຽດ​ນາມ. ໃນ​ນັ້ນ, ໜູນ​ຊ່ວຍ​ດ​້ານ​ການ​ຄ້າ ແລະ ການ​ລົງ​ທຶນ ແມ່ນ​ໂຄງ​ການ MUTRAP ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້ແກ່​ຫວຽດ​ນາມ ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ສາ​ກົນ, ການ​ສົ່​ງ​ອອກ​ຜະ​ລິດ​ຕະ​ພັນ​ຂອງ​ຕ​ົນ. ພ້ອມ​ກັນ​ນັ້ນ​ແມ່ນ​ໂຄງ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ປະ​ຕິ​ບັດ​ປະ​ຊ​າ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ເປັນ​ຢ່າງ​ດີ, ໃນ​ນັ້ນ​ມີ​ເນື້ອ​ໃນ​ໜູນ​ຊ່ວຍ​ສະ​ເພາະ​ໃຫ້​ແກ່​ຫວຽດ​ນາມ. ກ່ຽ​ວ​ກັບ​ຂ​ົງ​ເຂດ​ການ​ເງິນ​ພາກ​ລັດ ກໍ​ຄື​ບັນ​ຫາ​ພາ​ສີ, ອີ​ຢູ ໜູນ​ຊ່ວຍ​ຫວຽດ​ນາມ ຍົກ​ສ​ູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ​ພາກ​ລັດ, ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ໃນ​ປີ​ການ​ເງິນ”.

ຂ່າວ/ບົດ​ອື່ນ