ສັນຍາການຄ້າເສລີຫວຽດນາມ-ອີຢູອາດຈະສຳເລັດໃນປີ2018

(VOVWORLD) -ກອງປະຊຸມສຳມະນາກ່ຽວກັບສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ດຳເນີນໃນວັນທີ 1 ທັນວາ ຢູ່ ນະຄອນຫລວງ ປາຣີ ປະເທດ ຝລັ່ງ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າກະຊວງອຸດສາຫະກຳການຄ້າ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຜູ້ຕາງຫນ້າກຸ່ມບໍລິສັດ, ບໍລິສັດ ຝລັ່ງ ແລະ ເອີລົບ ເປັນຈຳນວນຫລວງຫລາຍ. 

ສັນຍາການຄ້າເສລີຫວຽດນາມ-ອີຢູອາດຈະສຳເລັດໃນປີ2018  - ảnh 1 ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີນກວັກແຄງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

ພາບ:Vietnam+

ທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີນກວັກແຄງ ໃຫ້ຮູ້ວ່າ: ພາຍຫລັງເຫັນດີຈະສິ້ນສຸດການເຈະລຈາ ໃນທ້າຍປີ 2015, ຫວຽດນາມ ແລະ ສະຫະພາບເອີລົບ ພວມດຳເນີນວິວັດການສຳເລັດດ້ານພາສາ ແລະ ກົດໝາຍໃຫ້ແກ່ຂໍ້ຕົກລົງ, ພາຍຫລັງນັ້ນຈະຍື່ນສະເຫນີຕໍ່ຂັ້ນສູງກວ່າໃນຕົ້ນປີ 2018 ເພື່ອກະກຽມໃຫ້ວິວັດການລົງນາມຢ່າງເປັນທາງການ ແລະ ໃຫ້ສັດຕະຍາບັນ.

ສ່ວນທ່ານ Raffaele Mauro Petriccione, ຮອງຜູ້ອຳນວຍການໃຫຍ່ອົງການການຄ້າຂອງ ຄະນະກຳມະການເອີລົບ, ຫົວຫນ້າຄະນະເຈລະຈາ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບໃຫ້ຮູ້ວ່າ: EVFTA ຈະໄດ້ຮັບການລົງນາມ ແລະ ອາດຈະຮັບຮອງເອົານັບແຕ່ນີ້ຮອດທ້າຍປີ 2018. ເຖິງຢ່າງໃດກໍຕາມ ທ່ານຍັງຕັກເຕືອນວ່າ ວິວັດການຮັບຮອງເອົາອາດຈະແກ່ຍາວ ຍ້ອນ ອີຢູແມ່ນກຸ່ມການຄ້າດ້ວຍຫລາຍປະເທດສະມາຊິກ. 

ຕອບກັບ

ຂ່າວ/ບົດ​ອື່ນ