ສັນຍາການຄ້າເສລີອີຢູ-ຫວຽດນາມ:ຍູ້ແຮງການເຄື່ອນໄຫວຂົນຂວາຍນະໂຍບາຍ

ສັນຍາການຄ້າເສລີອີຢູ-ຫວຽດນາມ:ຍູ້ແຮງການເຄື່ອນໄຫວຂົນຂວາຍນະໂຍບາຍ - ảnh 1

(vovworld) – ​  ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ ອີ​ຢູ - ຫວຽດນາມ ​ໃນ​ປີ 2018, ​ໃນ​ປີ​ນີ້, ຫ້ອງການ​ການ​ຄ້າ ​ເອີ​ລົບ (Eurocharm) ປະຈຳ ຫວຽດນາມ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ໄສ​ທັດ ອີ​ຢູ - ຫວຽດນາມ FTA ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 2/3 ຈະ​ມາ​ເຖິງ​ຢູ່ ຫວຽດນາມ.

        ດ້ວຍ​ຫົວ​ຂໍ້​ວ່າ “ສັນຍາ​ກາ​ນຄ້າ​ເສລີ​ ອີ​ຢູ - ຫວຽດນາມ ​ແລະ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຂົນຂວາຍ​ນະ​ໂຍບາຍ”, ປີ​ນີ້, ຫ້ອງການ​ການ​ຄ້າ ​ເອີ​ລົບ ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ນະຄອນ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. ​ແລະກໍ່​ໃນ​ປີ​ນີ້, Eurocharm ຈະ​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ, ການ​ພົບ​ປະ​ຫຼາຍ​ຄັ້ງ​ກັບບັນດາ​ວິ​ສາ​ຫະກິດ ​ແລະ ​ໂອ້​ລົ​ມສົນທະນາ​ກັບ​ລັດຖະບານ ຫວຽດນາມ… ​​ແນ​ໃສ່​ເຜີຍ​ແຜ່​ເນື້ອ​ໃນ​ສັນຍາ​ການ​ຄ້າ​ເສລີ ອີ​ຢູ ​- ຫວຽດນາມ ​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽດນາມ. ທ່ານ ຫວໍ​ກວາງ​ເຫ້ວ, ສະມາຊິກ​ຄະນະ​ບໍລິຫານ​ງານ Eurocharm ປະຈຳ ຫວຽດນາມ, ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຈະ​ປະກອບສ່ວນ​ໜູນ​ຊ່ວຍ​ເພື່ອ​ປ່ຽນ​ແປງ​ນະ​ໂຍບາຍ, ຊຸຸກຍູ້​ການ​ເຕີບ​​ໂຕ​ດ້ານ​ເສດຖະກິດ ຢູ່ ຫວຽດນາມ ​ໃນ​​ໄລຍະ​ຈະ​ມາ​ເຖິງ. ຫ້ອງການ​ການ​ຄ້າ​ເອີ​ລົບ ຈະ​ຍູ້​ແຮງ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ… ​ເຜີຍ​ແຜ່​​ເນື້ອ​ໃນ, ໜູນ​ຊ່ວຍ​ການ​ລົງທຶນ​ຈາກ ​ເອີ​ລົບ ​ໃຫ້ ຫວຽດນາມ ຫຼາຍ​ກ່ວາ ​ເມື່ອ​ສັນຍາ​ກາ​ນຄ້າ​ເສລີ ອີ​ຢູ - ຫວຽດນາມ ກ້າວ​ເຂົ້າ​ສູ່​ສະພາບ​ຕົວ​ຈິງ​ໃນ​ປີ 2018:

        “​ເສ​ດຖະກິດຂອງ ຫວຽດນາມ ປີ 2015 ​ ມີ​ບັນດາ​ການ​ຫັນປ່ຽນ​ຢ່າງຕັ້ງໜ້າ. ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ​ໃນ​ປີ 2016 ນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ໄວ້. ພິ​ເສດ​ແມ່ນ​ເລື່ອງ​ເຊັນ​ບັນດາ​ສັນຍາ​ການ​ຄ້າ​ເສລີ EU - ຫວຽດນາມ ຈະ​ສ້າງ​ປະ​ຖົມ​ປັດ​ໄຈ​​ໃຫ້​ແກ່​ການລົງທຶນ​ ​ແຂງ​ແຮງ​ກ່ວາ. ​ຫວ່າງ​ແລ້ວ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ປະກາດ​ເນື້ອ​ໃນ​ຂອງ​ສັນຍາ​ນີ້, ​ເລື່ອງ​ຊອກ​ຮູ້​ນັ້ນ​ຈະ​ຊ່ວຍ​ໃຫ້​ແກ່​ການ​ແກ່ງ​ແຍ້​ງ ​ແລະ ການ​ສົ່ງ​ອອກ​ຂອງ ຫວຽດນາມ  ​ໄປ​ຍັງ​ປະຊາ​ຄົມ ​ເອີ​ລົບ ​ແຂງ​ແຮງ​ກ່ວາ​​ໃນ​ໄລຍະ​ຈະ​ມາ​ເຖິງ.”


ຂ່າວ/ບົດ​ອື່ນ