ສັນຍາການຄ້າເສລີອີຢູ-ຫວຽດນາມແລະຜົນປະໂຫຍດຂອງວິສາຫະກິດ

ສັນຍາການຄ້າເສລີອີຢູ-ຫວຽດນາມແລະຜົນປະໂຫຍດຂອງວິສາຫະກິດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 04/09, ຢູ່​ຮ່າ​ໂນ້ຍ, ສະຖານ​ບັນ​ສຶກສາ​ສາກົນ (ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ) ​ໄດ້​ສົມທົບ​ກັບ​ມະຫາວິທະຍາ​ໄລ​ເສດຖະກິດ ​ແລະ ຄຸ້ມ​ຄອງ Solvay ບຣຸກ​ແຊນ - ມະ​ຫາ​ວິ​ທະຍາ​ໄລ​ສັງ​ລວມ​ເສລີ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ຈັດ​​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ດ້ວຍ​ຫົວ​ຂໍ້​ວ່າ “ສັນຍາ​ການຄ້າເສລີອີ​ຢູ - ຫວຽດນາມ​ ແລະ ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ”. ຕາມ​ທ່າ​ນສາດ​ສະ​ດາ​ຈານ Claudio Dordi, ຫົວໜ້າ​ກຸ່ມ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຂອງ​ໂຄງການ​ໜູນ​ຊ່ວຍ​ນະ​ໂຍບາຍການ​ຄ້າ ​ແລະ ການ​ລົງທຶນ​ຂອງ​​ເອີ​ລົບ, ປະຈຳ​ຫວຽດນາມ ​ແລ້ວ, ມີ 5 ​ແງ່​ມູມສຳຄັນ​ເຊິ່ງວິ​ສາ​ຫະກິດ​ສົ່ງ​ອອກ​ສິ້ນ​ຄ້າໄປ​ຍັງ​ເອີ​ລົບ ຕ້ອງ​ກຳ​ແໜ້ນ ​ເພື່ອ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ສັນຍາ​ການ​ຄ້າ​ເສລີ ​​ອີ​ຢູ - ຫວຽດນາມ (EVFTA), ນັ້ນ​ແມ່ນ, ພາສີ​ອາກອນ ​ແລະ ບັນ​ດາ​ລະບຽບ​ການ​ບໍລິຫານ, ກຳ​ນົດ​ກາ​ໝາຍ​ສິນ​ຄ້າ ​ແລະ ຊັບ​ຊິນພູມ​ປັນຍາ, ກຳນົດ​ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພ, ວຽກ​ງານພະລາທິການ ​ແລະ ຄຸ້ມ​ຄອງຫຼີກ​ຫຼຽງຄວາມ​ສ່ຽງ. ວັນ​ທີ 04/08/2015, EVFTA ສິ້ນ​ສຸດ​ການ​ເຈລະຈາ​ເປັນ​ພື້ນຖານ, ​ເມື​່ອສັນຍາ​ນີ້​​ໄດ້​ຮັບ​ການ​ລົງ​ນາມ ຈະ​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ເລື່ອງ​ນຳ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງກວ່າ.

ຂ່າວ/ບົດ​ອື່ນ