ສັນ​ຍາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ອາ​ຊຽນ ປະ​ກອບ​ສ່ວນ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ຄະນະເລຂາ ອາຊຽນ ໃຫ້ຮູ້ວ່າ ສັນຍາການຄ້າເອເລັກໂຕນິກ ອາຊຽນ ມີຜົນສັກສິດແຕ່ວັນທີ 2 ທັນວາ ພາຍຫຼັງທີ່ໄດ້ຮັບໜັງສືໃຫ້ສັດຕະຍາບັນຂອງ ອິນໂດເນເຊຍ.

ໂດຍໄດ້ຮັບການລົງນາມໃນວັນທີ 22 ມັງກອນ 2019 ຢູ່ ຮ່າໂນ້ຍ, ສັນຍາການຄ້າເອເລັກໂຕນິກ ອາຊຽນ ໄດ້ສ້າງຫຼັກຖານ ແລະ ຂໍ້ກຳນົດລວມ ແນໃສ່ຊຸກຍູ້ການຄ້າເອເລັກໂຕນິກໃນພາກພື້ນພັດທະນາ ແລະ ເພີ່ມທະວີກຳລັງຄວາມສາມາດປະຕິບັດບັນດາຫຼັກການເຫຼົ່ານັ້ນ. ສັນຍາສະບັບດັ່ງກ່າວ ສວມບົດບາດເປັນເຄື່ອງມືຊອກຫາທາງເດີນ ໃຫ້ບັນດາຫຼັກການແລກປ່ຽນການຄ້າເອເລັກໂຕນິກທີ່ທັນສະໄໝໃນພາກພື້ນ ແລະ ເປີດທາງມຸ່ງໄປເຖິງພື້ນຖານເສດຖະກິດເຕັກນິກດີຈີຕອນສັງລວມຂອງພາກພື້ນ. ການປະຕິບັດສັນຍາສະບັບດັ່ງກ່າວ ໄດ້ປະກອບສ່ວນຟື້ນຟູເສດຖະກິດຂອງພາກພື້ນ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ