ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການເຊື່ອມໂຍງເສດຖະກິດພາກພື້ນອາຊີປາຊີຟິກ

(VOVWORLD) -ບັນດາເວັບໄຊຂອງ ເຢຍລະມັນ ໄດ້ມີບັນດາບົດຂຽນຕີລາຄາຄວາມສຳຄັນຂອງ RCEP ໃນນັ້ນເນັ້ນໜັກເຖິງຄວາມໝາຍອັນໃຫຍ່ຫຼວງຂອງສັນຍານີ້ ທີ່ມີຕໍ່ການເຊື່ອມໂຍງເສດຖະກິດພາກພື້ນອາຊີ - ປາຊີຟິກ
ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການເຊື່ອມໂຍງເສດຖະກິດພາກພື້ນອາຊີປາຊີຟິກ - ảnh 1ສື່ມວນຊົນເຜີຍວ່າ : RCEP ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການເຊື່ອມໂຍງເສດຖະກິດພາກພື້ນອາຊີ-ປາຊີຟິກ 

ສັນຍາສະບັບນີ້ໄດ້ລົງນາມທີ່ກອງປະຊຸມອອນລາຍ ລະຫວ່າງບັນດາການນຳ RCEP ໃນວັນທີ 15 ພະຈິກ ເຊິ່ງຈະຊ່ວຍຫຼຸດຜ່ອນຮົ້ວພາສີອາກອນ, ສ້າງຕັ້ງບັນດາຫຼັກການດ້ານການຄ້າລວມ, ດັ່ງນັ້ນກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ລະບົບສະໜອງສິນຄ້າ.

     ໃນຂະນະນັ້ນ ໜັງສືພິມ FAZ ໄດ້ຕີລາຄາວ່າ ເລື່ອງບັນລຸໄດ້ຄວາມເປັນເອກະພາບ ກ່ຽວກັບການຫຼຸດຜ່ອນພາສີອາກອນ ແລະ ບັນດາລະບຽບການທີ່ກ່ຽວຂ້ອງເຖິງປະມານ 20 ຂົງເຂດ ກໍ່ແມ່ນຜົນສຳເລັດທີ່ມີຕໍ່ບັນດາປະເທດເຂົ້າຮ່ວມ RCEP ເຊິ່ງເຄີຍພວມມີການແກ້ງແຍ້ງແຂ່ງຂັນໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ