ສັນ​ຍານ​ດີ​ຂຶ້ນ​ໃໝ່​ສຸດໃນ​ການ​ພົວ​ພັນ​ລະ​ຫວ່າງ ຍີ່​ປຸ່ນ ແລະ ຈີນ

(VOVWORLD) -  ວັນທີ 27 ມິຖຸນາ, ທ່ານປະທານປະເທດຈີນ ສີຈ້ິນຜິງ ໄດ້ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະໄປຢ້ຽມຢາມ ຍີ່ປຸ່ນໃນຖານະເປັນ “ປະເທດເພື່ອນມິດຖືກເຊີນ” ໃນລະດູບານໃໝ່ ຈະມາເຖິງໃນການຢ້ຽມຢາມຄັ້ງທຳອິດນັບແຕ່ເມື່ອໄດ້ດຳລົງຕຳແໜ່ງເປັນປະທານປະເທດຈີນ ປີ 2013.
ສັນ​ຍານ​ດີ​ຂຶ້ນ​ໃໝ່​ສຸດໃນ​ການ​ພົວ​ພັນ​ລະ​ຫວ່າງ ຍີ່​ປຸ່ນ ແລະ ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ແລະ ທ່ານປະທານປະເທດຈີນ ສີຈ້ິນຜິງ (ພາບ: TTXVN)

ນີ້ແມ່ນສັນຍານໃໝ່ສຸດໂດຍຊີ້ໃຫ້ເຫັນວ່າ ການພົວພັນລະຫວ່າງ ສອງປະເທດມະຫາອຳນາດ ຢູ່ອາຊີພວມດີຂຶ້ນ. ຕາມ Kyodo ແລ້ວ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກ່ອນການດຳເນີນກອງປະຊຸມກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ G20 ຢູ່ Osaka ທ້າຍອາທິດນີ້. ທ່ານ ສີຈ້ິນຜິງ ໃຫ້ຮູ້ວ່າການຢ້ຽມຢາມຍີ່ປຸ່ນໃນ ລະດູບານໃໝ່ ຈະມາເຖິງແມ່ນ “ຄຳຄິດເຫັນທີ່ດີ”. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມສ້າງ “ສັງກາດໃໝ່” ໃຫ້ແກ່ບັນດາການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Abe ໄດ້ເຊື້ອເຊີນທ່ານປະທານປະເທດຈີນ ສີຈ້ິນຜິງ ມາຢ້ຽມຢາມ ຍີ່ປຸ່ນ ເມື່ອ ລະດູດອກສະກຸລາເບັ່ງບານ. ທ່ານ Abe ໃຫ້ຮູ້ວ່າ ຢີ່ປຸ່ນມີຄວາມປາດຖະໜາຢາກຮ່ວມມືກັບປະເທດຈີນເພື່ອປັບປຸງບັນດາການຮ່ວມມືທີ່ພວມເຄັ່ງຕຶງລະຫວ່າງສອງປະເທດ, ພ້ອມທັງຖືວ່າການພົວພັນສອງຝ່າຍໄປພວມກ້າວເດີນຢ່າງຖືກທິດ.

ຕອບກັບ

ຂ່າວ/ບົດ​ອື່ນ