ສັນຍານຕັ້ງໜ້າກ່ຽວກັບແງ່ຫວັງພັດທະນາວິສາຫະກິດ

(VOVWORLD) -ຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ນັບທັງທາງດ້ານຈຳນວນ ແລະ ທຶນຈົດທະບຽນ ໄດ້ເພີ່ມຂຶ້ນເມື່ອທຽບໃສ່ປີ 2020.
ສັນຍານຕັ້ງໜ້າກ່ຽວກັບແງ່ຫວັງພັດທະນາວິສາຫະກິດ - ảnh 1(ພາບປະກອບ: TTXVN)

ກົມໃຫຍ່ສະຖິຕິຫວຽດນາມ ໃຫ້ຮູ້ວ່າ, ໃນເດືອນ ເມສາ 2021, ຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ນັບທັງທາງດ້ານຈຳນວນ ແລະ ທຶນຈົດທະບຽນ ໄດ້ເພີ່ມຂຶ້ນເມື່ອທຽບໃສ່ປີ 2020. ໄລ່ລວມໃນໄລຍະ 4 ເດືອນຕົ້ນປີ 2021, ຈຳນວນວິສາຫະກິດຮັບການສ້າງຕັ້ງໃໝ່ໄດ້ເພີ່ມຂຶ້ນ 17,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ເພີ່ມຂຶ້ນສູງທີ່ສຸດໃນຊຸມປີ 2017-2020 ແລະ ເພີ່ມຂຶ້ນໃນທຸກຂະແໜງເສດຖະກິດ. ໃນເດືອນ ເມສາ 2021, ຫວຽດນາມ ມີວິສາຫະກິດທີ່ໄດ້ຮັບການສ້າງຕັ້ງໃໝ່ເກືອບ 15.000 ແຫ່ງ ດ້ວຍຈຳນວນທຶນຈົດທະບຽນເກືອບ 180.000 ຕື້ດົ່ງ, ເພີ່ມຂຶ້ນ 33% ກ່ຽວກັບຈຳນວນວິສາຫະກິດ, ເພີ່ມຂຶ້ນກວ່າ 59% ຈຳນວນທຶນຈົດທະບຽນ. ໃນເດືອນ, ຈຳນວນວິສາຫະກິດກັບຄືນເຂົ້າສູ່ການເຄື່ອນໄຫວເພີ່ມຂຶ້ນເກືອບ 51% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນີ້ແມ່ນບັນດາສັນຍານຕັ້ງໜ້າກ່ຽວກັບແງ່ຫວັງພັດທະນາວິສາຫະກິດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ