ສັນ​ຍານ​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຕວັກ​ກີ - ອາ​ເມ​ລິ​ກາ

(VOVWORLD) -ວັນທີ 24 ມີນາ, ທ່ານລັດຖະມົນຕີການຕ່າງປະເທດຕວັກກີ Mevlut Cavusoglu ໃຫ້ຮູ້ວ່າ ທ່ານໄດ້ມີການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນ ກັບຄູ່ຕຳແໜ່ງ ອາເມລິກາ Antony Blinken ກ່ຽວກັບທຸກດ້ານທີ່ກ່ຽວຂ້ອງເຖິງການພົວພັນສອງຝ່າຍ.

 ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດ ລະຫວ່າງ ລັດຖະມົນຕີການຕ່າງປະເທດສອງປະເທດ ນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ.

ສັນ​ຍານ​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຕວັກ​ກີ - ອາ​ເມ​ລິ​ກາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຕວັກກີ Mevlut Cavusoglu (ພາບ: AFP/TTXVN)

ການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດ ຖືກຈັດຂຶ້ນຢູ່ສຳນັກງານ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ຢູ່ນອກກອງປະຊຸມລັດຖະມົນຕີ NATO.

        ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງເລື່ອງ Ankara ຊື້ລະບົບລູກສອນໄຟ S – 400 ຂອງ ລັດເຊຍ, ສະພາບການປະທະກັນຢູ່ ຊີຣີ ແລະ ລີບີ ກໍຄືສະພາບການຢູ່ທະເລ ເມດີເຕຣາເນ.


ຕອບກັບ

ຂ່າວ/ບົດ​ອື່ນ