ສັນ​ຍາ​ນ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ຄູ່​ແຂ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ Donald Trump

(VOVWORLD) -   ຄວາມມານະພະຍາຍາມດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ຄືນໃໝ່ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ພວມປະສົບກັບ ສິ່ງກີດຂວາງຫຼາຍຢ່າງ.
ສັນ​ຍາ​ນ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ຄູ່​ແຂ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ Donald Trump - ảnh 1ທ່ານປະທານາທິບໍດີ Donald Trump ໂບກມືກັບສື່ມວນຊົນ (ພາບ: NBC New) 

ຕາມຜົນຂອງການຢັ່ງຫາງສຽງໂດຍ NBC New/Wall Street Journal ປະກາດໃນວັນທີ 14 ກໍລະກົດ, ພິຈາລະນາກ່ຽວກັບອັດຕາສະໜັບສະໜູນ, ຜູ້ອອກສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ 3 ຄົນ ເຊິ່ງແມ່ນ ທ່ານ Joe Biden ອະດີດ ຮອງປະທານາທິບໍດີ, ທ່ານ Elizabeth Warren ສະມາຊິກສະພາສູງ ແລະ ທ່ານ Bernie Sanders ສະມາຊິກສະພາສູງ ມີຄະແນນສູງກ່ວາ.

        ລະອຽດແມ່ນ, ຜູ້ສະໝັກເລືອກຕັ້ງແຖວໜ້າຂອງພັກປະຊາທິປະໄຕ ທ່ານ Joe Biden ພວມໄດ້ຮັບ ການສະໜັບສະໜູນຈາກບັນດາຜູ້ເຂົ້າຮ່ວມການສຳຫຼວດແມ່ນ 51%, ຫຼາຍກ່ວາ 9% ເມື່ອທຽບໃສ່ທ່ານ Donald Trump. ສິ່ງທີ່ໜ້າສົນໃຈແມ່ນການຢັ່ງຫາງສຽງໃຫ້ເຫັນວ່າ ປັດຈຸບັນ, ທ່ານ Donald Trump ພວມໄດ້ຮັບການສະໜັບສະໜູນ ຈາກກຸ່ມຜູ້ມີສິດເລືອກຕັ້ງທີ່ເປັນເພດຊາຍ, ຜູ້ມີສິດເລືອກຕັ້ງເປັນຊາວຜິວຂາວເປັນສ່ວນຫຼາຍ. ໃນຂະນະນັ້ນ, ທ່ານ Joe Biden ພັດໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງຊາວອາເມລິກາເຊື້ອສາຍອາຟະລິກາ, ຜູ້ມີສິດເລືອກຕັ້ງແມ່ຍິງ, ຜູ້ມີສິດເລືອກຕັ້ງທີ່ພວມດຳລົງຊີວິດຢູ່ບັນດາເຂດຊານເມືອງ ແລະ ຜູ້ມີສິດເລືອກຕັ້ງເອກະລາດເປັນສ່ວນຫຼາຍ.

        ຕາມການຕີລາຕາຂອງວົງການໄຈ້ແຍກດ້ານການເມືອງ, ທ່ານ Joe Biden ອະດີດ ຮອງປະທານາທິບໍດີ ແມ່ນໜຶ່ງໃນບັນດາຄູ່ແຂ່ງໃຫຍ່ທີ່ສຸດຂອງ ທ່ານປະທານາທິບໍດີ Donald Trump ໃນການເລືອກຕັ້ງໃນປີໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ