ສັນຍານທີ່ຕັ້ງໜ້າ ໃນການພົວພັນ ລະຫວ່າງ ອີຢິບ - ອິດສະຣາແອນ

ສັນຍານທີ່ຕັ້ງໜ້າ ໃນການພົວພັນ ລະຫວ່າງ ອີຢິບ - ອິດສະຣາແອນ - ảnh 1

  ປະທານາທິບໍດີ ອີຢິບ Mohamed Mursi. (ພາບ : internet)

Vovworld- ​ເອກ​ອັກຄະ​ລັດຖະທູດຜູ້​ຫາ​ກໍ​ໄດ້​ຮັບ​ແຕ່ງ​ຕັ້ງ​ຂອງ​ອີ​ຢິບ ທ່ານ Atef Sayed El Ahl ​ໄດ້​ໄປຮອດ ອິດສະຣາ​ແອນ​ເມື່ອ​ວັນ​ທີ 2/9​ເພື່ອ​ຮັບ​ໜ້າ​ທີ່​ການ​ທູດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ ສັນຍານ​ທີ່​ຕັ້ງໜ້າ​ໃນ​ການ​ພົ​ວພັນ​ລະຫວ່າງ ອີ​ຢິບ-ອິດສະຣາ​ແອນ. ທ່ານ Atef Sayed El Ahl ຈະ​​ເຂົ້າຍືນສານ​ຕາ​ຕັ້ງ​ຕໍ່​ປະທານາທິບ​ໍດີ ອິດສະຣາ​ແອນ  Shimon Peres ​ໃນ​ວັນ​ທີ 17/10. ທ່ານ Atef Sayed El Ahl ​ໄດ້​ເຄີຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ກົງ​ສູນ​ໃຫຍ່​ຂອງ ອີ​ຢິບປະຈຳ​ນະຄອນ ​ເອລາດ​ ຂອງ ອິດສະຣາ​ແອນ. ​ການ​ທີ່​ໄດ້​ເລືອກ​ເຟັ້ນ​ເອກ​ອັກຄະ​ລັດຖະທູດ​ທີ່​ມີ​ຄວາມ​ເຂົ້າ​ໃຈດີ​ກ່ຽວ​ກັບອິດສະຣາ​ແອນ ນັ້ນ, ​ໄດ້​ເປັນ​ຍູ້​ຖອຍ​ຄວາມ​ເປັນ​ຫ່ວງ​ກັງວົນ​ຢູ່​ປະ​ເທດ​ນິ້ີ້ວ່າ: ສາຍ​ພົວພັນ ອີ​ຢິບ-ອິດສະຣາ​ແອນ ອາດ​ຈະ​ຖືກ​ຫຼຸດ​ລະດັບ​ຍ້ອນ​ການ​ພຸ່ງຂຶ້ນຂອງ​ຂະ​ບວນການ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມຢູ່ອີ​ຢິບ. ການ​ຕັດສິນ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫ​ັນວ່າ ອີ​ຢິບ ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ກັບ ອິດສະຣາ​ແອນ.

 

ຂ່າວ/ບົດ​ອື່ນ